lo_tn/2ki/18/33.md

3.3 KiB

ຂໍ້​ມູນ​ທົ່ວ​ໄປ:

ຣາຊາເກສືບຕໍ່ບອກຂ່າວສານຈາກກະສັດອັດຊີເຣຍເຖິງຄົນຂອງກະສັດເຮເຊກີຢາ.

ມີພ​ະເຈົ້າ​ອົງໃດ ... ອັດຊີເຣຍ?

ລາວຖາມຄຳຖາມນີ້ເພື່ອເນັ້ນໜັກເພາະວ່າພວກເຂົາຮູ້ຄຳຕອບ. ອາດແປໄດ້ອີກວ່າ: "ບໍ່ມີພະເຈົ້າຂອງປະຊາຊົນໃດໄດ້ຊ່ວຍຊີວິດພວກເຂົາ ... ອັດຊີເຣຍ." (ເບິ່ງ: rc://*/ta/man/translate/figs-rquestion)

ພະເຈົ້າຂອງ...ອັກປັດ?

ລາວຖາມຄຳຖາມນີ້ເພື່ອເນັ້ນຫນັກ ເພາະວ່າພວກເຂົາຮູ້ຄຳຕອບ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ທຳລາຍເທບພະເຈົ້າຂອງ ... ອັກປັດ!" (ເບິ່ງ: rc://*/ta/man/translate/figs-rquestion)

ຮາ​ມັດ...ອັກປັດ...ເສ​ຟາ​ກວາ​ອິມ...ເຮ​ນາ...ອີ​ວາ...ຊາມາເຣຍ

ນີ້ແມ່ນບັນດາສະຖານທີ່ທີ່ເປັນຕົວແທນໃຫ້ແກ່ປະຊາຊົນທີ່ອາໄສຢູ່ທີ່ນັ້ນ. (ເບິ່ງ: rc://*/ta/man/translate/translate-names)

ຈາກມືຂອງຂ້າ​ພະ​ເຈົ້າ

"ມື" ແມ່ນສຳລັບການຄວບຄຸມ, ອຳນາດ, ຫລືສິດອຳນາດ. ແປໄດ້ອີກວ່າ: "ອອກຈາກການຄວບຄຸມຂອງຂ້ອຍ" rc://*/ta/man/translate/figs-metonymy)

ໄດ້ຊ່ວຍກູ້ປະເທດຂອງຕົນຈາກມືຂອງຂ້າ​ພະ​ເຈົ້າ​ບໍ?

ລາວຖາມຄຳຖາມນີ້ເພື່ອເນັ້ນຫນັກ ເພາະວ່າພວກເຂົາຮູ້ຄຳຕອບ. ອາດແປໄດ້ອີກວ່າ: "ບໍ່ມີພະເຈົ້າໃດໄດ້ຊ່ວຍປົດປ່ອຍແຜ່ນດິນຂອງລາວຈາກອຳນາດຂອງຂ້ອຍ." (ເບິ່ງ: rc://*/ta/man/translate/figs-rquestion)

ຈາກອຳນາດຂອງຂ້າ​ພະ​ເຈົ້າ

"ອຳນາດຂອງຂ້າ​ພະ​ເຈົ້າ" ແມ່ນສໍາລັບຜູ້ທີ່ຖືມັນ. ອາດແປໄດ້ອີກວ່າ: "ຈາກຂ້າ​ພະ​ເຈົ້າ" (ເບິ່ງ: rc://*/ta/man/translate/figs-metonymy)

ພຣະຢາເວຈະຊ່ອຍກູ້ເຢຣູຊາເລັມຈາກມືຂອງຂ້າ​ພະ​ເຈົ້າ​ໄດ້​ບໍ?

ລາວຖາມຄຳຖາມນີ້ເພື່ອເນັ້ນຫນັກ ເພາະວ່າພວກເຂົາຮູ້ຄຳຕອບ. ອາດແປໄດ້ອີກວ່າ: "ບໍ່ມີທາງໃດທີ່ພຣະຢາເວສາມາດຊ່ວຍເມືອງເຢຣູຊາເລັມຈາກກຳລັງຂອງຂ້ອຍ!" (ເບິ່ງ: rc://*/ta/man/translate/figs-rquestion)