lo_tn/2ki/18/26.md

2.4 KiB

ເອ​ລີອ​າ​ກີມ ... ຮິນ​ກີ​ຢາ ... ເຊັບ​ນາ ... ໂຢ​ອາດ

ແປຊື່ຂອງຜູ້ຊາຍເຫຼົ່ານີ້ຄືກັບໃນ 18:16. (ເບິ່ງ: rc://*/ta/man/translate/translate-names)

ໃຫ້​ເຂົ້າ​ຫ​ູປະຊາຊົນຜູ້ຢູ່ເທິງກຳແພງນັ້ນ​ເລີຍ

"ເຂົ້າຫູ" ແມ່ນທີ່ສາມາດຟັງໄດ້. ອາດແປໄດ້ອີກວ່າ: "ເພາະວ່າຄົນທີ່ຢືນຢູ່ເທິງກຳແພງເມືອງຈະໄດ້ຍິນແລະຢ້ານກົວ" (ເບິ່ງ: rc://*/ta/man/translate/figs-metonymy)

ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ໃຊ້​ໃຫ້​ມາ​ເວົ້າ​ຖ້ອຍ​ຄ​ຳ​ເຫລົ່າ​ນີ້​ແກ່​ເຈົ້າ​ນາຍ​ຂອງ​ທ່ານ ແລະ ແກ່​ທ່ານ​ເທົ່າ​ນັ້ນ​ບໍ? ບໍ່ແມ່ນໃຫ້ເວົ້າກັບຄົນທີ່ນັ່ງຢູ່ເທິງກຳແພງ, ຜູ້​ທີ່​ຈະຕ້ອງກິນອາຈົມ ແລະ ດື່ມ​ຍ່ຽວ​ຂອງພວກ​ເຂົາເອງພ້ອມກັບທ່ານ​ດ້ວຍ​ບໍ?

ລາວຕັ້ງຄຳຖາມເຫລົ່ານີ້ສົມມຸດວ່າຜູ້ຟັງຮູ້ຄຳຕອບເພື່ອເນັ້ນໜັກເຖິງເຈດຕະນາຂອງພວກເຂົາ ທີ່ຈະທຳລາຍແລະເຮັດໃຫ້ຜູ້ນຳແລະປະຊາຊົນເຢຣູຊາເລັມເສີຍຫາຍ. ອາດແປໄດ້ອີກວ່າ: "ນາຍຂອງຂ້ອຍໄດ້ສົ່ງຂ້ອຍບໍ່ພຽງແຕ່ໃຫ້ເຈົ້າແລະເຈົ້າຂອງເຈົ້າເທົ່ານັ້ນ, ແຕ່ຍັງເວົ້າກັບຜູ້ຄົນໃນເມືອງນີ້, ຜູ້ທີ່ຈະທົນທຸກກັບເຈົ້າເມື່ອພວກເຂົາຕ້ອງໄດ້ກິນຂີ້ຂອງພວກເຂົາແລະດື່ມນໍ້າຍ່ຽວຂອງພວກເຂົາເພື່ອຈະຢູ່ລອດ." (ເບິ່ງ: rc://*/ta/man/translate/figs-rquestion)