lo_tn/2ki/17/07.md

1.2 KiB

ຂໍ້​ມູນ​ທົ່ວ​ໄປ:

ການບັນຍາຍຢຸດຊົ່ວຄາວ ເພື່ອສະຫລູບການຕັດສິນຂອງພຣະຢາເວຕໍ່ອິດສະຣາເອນ.

ການທີ່​ໄດ້​ຕົກເປັນຊະເລີຍ

ໃນນີ້ຫມາຍເຖິງການຍຶດເອົາຊາວອິດສະຣາເອນໂດຍຊາວອັດຊີເຣຍ.

ກຳມືຂອງ

"ກຳມື" ແມ່ນສຳລັບການຄວບຄຸມ, ສິດອຳນາດ ຫລື ອຳນາດ. ອາດແປໄດ້ອີກວ່າ: "ການຄວບຄຸມຂອງ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ປະພຶດຕາມ​ທຳ​ນຽມ

"ປະພຶດ" ແມ່ນການປຽບທຽບສຳລັບວິທີການ ຫລື ຮູບແບບຂອງການປະພຶດທີ່ຄົນເຮົາໃຊ້ໃນຊີວິດຂອງເຂົາເຈົ້າ. ອາດແປໄດ້ອີກວ່າ: "ເຮັດກິດຈະກຳຕ່າງໆ" (ເບິ່ງ: rc://*/ta/man/translate/figs-metaphor)