lo_tn/2ki/15/34.md

2.6 KiB

ສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ

ປະໂຫຍກທີ່ວ່າ "ຕາຂອງພຣະຢາເວ"ເປັນຄຳປຽບທຽບສຳລັບສາຍຕາຂອງພຣະຢາເວ, ເຊິ່ງເປັນຄຳປຽບທຽບສຳລັບການຕັດສິນຂອງພຣະຢາເວ. ອາດແປໄດ້ອີກວ່າ: "ສິ່ງທີ່ຖືກຕ້ອງໃນການພິພາກສາຂອງພຣະຢາເວ" ຫຼື "ສິ່ງທີ່ພຣະຢາເວຖືວ່າຖືກຕ້ອງ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ສະຖານສູງຍັງບໍ່ທັນຖືກກຳ​ຈັດເທື່ອ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ບໍ່ມີໃຜເອົາສະຖານທີ່ສູງໄປໄດ້" ຫລື "ໂຢທາມບໍ່ມີໃຜເອົາບ່ອນສູງໄປ" (ເບິ່ງ: rc://*/ta/man/translate/figs-activepassive)

ຍັງບໍ່ທັນຖືກກຳ​ຈັດເທື່ອ

ການຖືກກຳຈັດໝາຍເຖິງການຖືກທຳລາຍ. ອາດແປໄດ້ອີກວ່າ: "ບໍ່ໄດ້ຖືກທຳລາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ໂຢ​ທາມໄດ້ຊົງສ້າງປະຕູເທິງ

"ໂຢທາມ ສ້າງ" ເປັນຕົວແທນຂອງ ໂຢທາມໃຫ້ກຳມະກອນລາວກໍ່ສ້າງມັນ. ແປໄດ້ອີກວ່າ: "ໂຢທາມໄດ້ໃຫ້ພະນັກງານຂອງລາວສ້າງປະຕູຮົ້ວເທິງ" (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້ບັນທຶກໄວ້...ຢູດາ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງຫລືເຕືອນທ່ານຜູ້ອ່ານວ່າຂໍ້ມູນກ່ຽວກັບໂຢອາມແມ່ນຢູ່ໃນປື້ມຫົວນີ້. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 8:22. ອາດແປໄດ້ອີກວ່າ: "ມັນຖືກຂຽນໄວ້ໃນປື້ມບັນທຶກເຫດການຂອງກະສັດຢູດາ." (ເບິ່ງ: rc://*/ta/man/translate/figs-rquestion)