lo_tn/2ki/15/08.md

4.1 KiB

ໃນປີທີສາມ​ສິບ-ແປດແຫ່ງການປົກຄອງຂອງອາ​ຊາຣີ​ຢາກະສັດແຫ່ງຢູດາ

ປີທີສາມສິບແປດແຫ່ງກະສັດອາຊາຣີຢາຂອງຢູດາ - ມັນສາມາດເວົ້າໄດ້ຢ່າງຈະແຈ້ງວ່ານີ້ແມ່ນປີທີສາມສິບແປດຂອງການປົກຄອງຂອງລາວ. ອາດແປໄດ້ອີກວ່າ: "ໃນປີ 38 ຂອງການປົກຄອງຂອງກະສັດອາຊາຣີຢາຂອງຢູດາ" (ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/translate-numbers]])

ເຊກາຣີຢາລູກຊາຍຂອງເຢ​ໂຣ​ໂບ​ອາມ

ເຢ​ໂຣ​ໂບ​ອາມ​ນີ້ແມ່ນກະສັດທີສອງຂອງອິດສະຣາເອນທີ່ມີຊື່ນັ້ນ. ລາວເປັນລູກຊາຍຂອງກະສັດເຢໂຮອາດ.

ຂື້ນປົກຄອງເຫນືອອິສະຣາເອນໃນ​ຊາ​ມາ​ເຣຍເປັນເວລາຫົກເດືອນ

ຊາມາເຣຍແມ່ນເມືອງທີ່ເຊກາຣີຢາໄສຢູ່ໃນເວລາທີ່ລາວເປັນກະສັດແຫ່ງອິດສະຣາເອນ. ແປໄດ້ອີກວ່າ: "ຢູ່ຊາມາເຣຍແລະຄອບຄອງອິດສະຣາເອນເປັນເວລາຫົກເດືອນ"

ພ​ະ​ອົງ​ກ​ໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍ

"ເຊກາຣີຢາເຮັດສິ່ງທີ່ຊົ່ວຮ້າຍ"

ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພ​ຣະ​ຢາ​ເວ

ສາຍຕາຂອງພຣະຢາເວເປັນຕົວແທນໃຫ້ແກ່ການພິພາກສາຂອງພຣະຢາເວ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 3: 1. ອາດແປໄດ້ອີກວ່າ: "ສິ່ງທີ່ຊົ່ວຮ້າຍໃນການພິພາກສາຂອງພຣະຢາເວ" ຫລື "ສິ່ງທີ່ ພຣະຢາເວຖືວ່າເປັນສິ່ງຊົ່ວ" (ເບິ່ງ: rc://*/ta/man/translate/figs-metaphor)

ພ​ະ​ອົງບໍ່ໄດ້ຊົງປະຖິ້ມບາບຈາກ​ບາບ​ທັງ​ຫລາຍຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ

ການອອກຈາກບາບສະແດງເຖິງການປະຕິເສດການເຮັດບາບເຫລົ່ານັ້ນ. ອາດແປໄດ້ອີກວ່າ: "ເຊກາຣີຢາບໍ່ປະຕິເສດທີ່ຈະເຮັດບາບຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ" ຫລື "ລາວໄດ້ເຮັດບາບຄືກັບເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດໄດ້ເຮັດບາບ" (ເບິ່ງ: rc://*/ta/man/translate/figs-metaphor)

ເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ

ເຢ​ໂຣ​ໂບ​ອາມນີ້ແມ່ນກະສັດຄົນທຳອິດໃນສິບເຜົ່າທາງເຫນືອ ທີ່ປະກອບເປັນອານາຈັກອິດສະຣາເອນ.

ຜູ້ທີ່ໄດ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ

ໃນນີ້ຄຳວ່າອິດສະຣາເອນອນຫມາຍເຖິງປະຊາຊົນແຫ່ງອານາຈັກອິດສະຣາເອນ. ອາດແປໄດ້ອີກວ່າ: "ຜູ້ທີ່ໄດ້ເຮັດໃຫ້ປະຊາຊົນອິດສະຣາເອນເຮັດບາບ" (ເບິ່ງ: rc://*/ta/man/translate/figs-metonymy)