lo_tn/2ki/14/06.md

3.7 KiB

ຂໍ້​ມູນ​ທົ່ວ​ໄປ:

ຜູ້ບັນຍາຍເລົ່າກ່ຽວກັບສິ່ງທີ່ກະສັດອາມາຊິຍາເຮັດຫລັງຈາກກະສັດໂຢອາດພໍ່ຂອງລາວຖືກຂ້າ.

ແຕ່ພ​ຣະ​ອົງບໍ່ໄດ້ຊົງ​ຂ້າລູກຂອງຜູ້ທີ່ໄດ້ປົງ​ພ​ຣະຊົນນັ້​ນ

ກະສັດອາມາຊິຍາບໍ່ໄດ້ສັ່ງໃຫ້ຜູ້ຮັບໃຊ້ຂອງລາວຂ້າລູກຊາຍຂອງຜູ້ທີ່ຂ້າພໍ່ຂອງລາວ. ອາດແປໄດ້ອີກວ່າ: "ແຕ່ລາວບໍ່ໄດ້ບອກໃຫ້ຜູ້ຮັບໃຊ້ຂອງລາວຂ້າລູກຂອງເຈົ້າໜ້າທີ່ເຫລົ່ານັ້ນ" (ເບິ່ງ: rc://*/ta/man/translate/figs-synecdoche)

ຢ່າຂ້າບິ​ດາເພາະການກະທຳຂອງເຊື້ອ​ສາຍພວກເຂົາ, ຫລືຢ່າຂ້າລູກຫລານເພາະການກະທຳຂອງບິ​ດາມານດາ​ຂອງ​ພວກ​ເຂົາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ປະຊາຊົນບໍ່ຕ້ອງຂ້າພໍ່ຍ້ອນຄວາມຜິດບາບຂອງລູກຂອງພວກເຂົາ, ແລະພວກເຂົາກໍ່ບໍ່ຄວນຂ້າເດັກນ້ອຍຍ້ອນຄວາມຜິດບາບຂອງພໍ່ແມ່ຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-activepassive)

ແຕ່ລະຄົນຕ້ອງຖືກຂ້າຍ້ອນບາບຂອງຕົນເອງ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ທຸກໆຄົນຕ້ອງເສຍຊີວິດຍ້ອນບາບຂອງຕົນເອງ" (ເບິ່ງ: rc://*/ta/man/translate/figs-activepassive)

ພ​ະ​ອົງໄດ້ຊົງຂ້າ

ໃນນີ້ “ພ​ະ​ອົງ” ຫມາຍເຖິງກອງທັບຂອງລາວ. ອາດແປໄດ້ອີກວ່າ: "ກອງທັບຂອງອາມາຊິຍາຖືກຂ້າ" ຫຼື "ທະຫານຂອງອາມາຊິຍາຖືກຂ້າ" (ເບິ່ງ: rc://*/ta/man/translate/figs-synecdoche)

ສິບພັນຄົນ

"ທະຫານ 10,000 ຄົນ" (ເບິ່ງ: rc://*/ta/man/translate/translate-numbers)

ຮ່ອມພູເກືອ

ນີ້ແມ່ນຊື່ຂອງສະຖານທີ່ຕັ້ງຢູ່ທາງທິດໃຕ້ຂອງທະເລຕາຍ.

ພ​ະ​ອົງຍັງໄດ້ຊົງຢຶດເອົາເມືອງເສລາດ້ວຍສົງ​ຄາມ

ໃນນີ້ “ພຣະອົງ” ຫມາຍເຖິງກອງທັບຂອງລາວ. ອາດແປໄດ້ອີກວ່າ: "ກອງທັບຂອງກະສັດອາມາຊິຢາໄດ້ຍຶດເອົາເມືອງເສລາ" (ເບິ່ງ: rc://*/ta/man/translate/figs-synecdoche)

ເສລາ...ໂຢກ​ເທ​ເອນ

ພວກເຂົາໄດ້ປ່ຽນຊື່ເມືອງເສລາ. ຊື່ໃຫມ່ແມ່ນໂຢກ​ເທ​ເອນ. (ເບິ່ງ: rc://*/ta/man/translate/translate-names)