lo_tn/2ki/13/12.md

2.2 KiB

ແລະອຳນາດຊຶ່ງພະອົງໄດ້ຊົງສູ້ຮົບກັບອາມາຊີຢາກະສັດແຫ່ງຢູດາ

"ແລະພະລັງທີ່ກອງທັບຂອງລາວໄດ້ສະແດງໃນເວລາທີ່ພວກເຂົາ ຕໍ່ສູ້ກັບກອງທັບຂອງກະສັດອາມາຊິຢາກະສັດແຫ່ງຢູດາ" (ເບິ່ງ: rc://*/ta/man/translate/figs-synecdoche)

ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດຂອງອິສະຣາເອນບໍ່ແມ່ນບໍ?

ຄຳຖາມນີ້ແມ່ນໃຊ້ເພື່ອເຕືອນຜູ້ອ່ານວ່າການກະທຳຂອງເຢໂຮອາດໄດ້ຖືກບັນທຶກລົງໃນປື້ມຫົວອື່ນ. ເບິ່ງວິທີການປະໂຫຍກນີ້ຖືກແປໃນ 1:17. ອາດແປໄດ້ອີກວ່າ: "ພວກມັນຖືກຂຽນໄວ້ໃນປື້ມບັນທຶກເຫດການຂອງກະສັດແຫ່ງອິດສະຣາເອນ." (ເບິ່ງ: rc://*/ta/man/translate/figs-rquestion)

ເຢໂຮອາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ

ນີ້ເປັນວິທີທີ່ສຸພາບທີ່ຈະເວົ້າວ່າໂຢອາດເສຍຊີວິດ. (ເບິ່ງ: rc://*/ta/man/translate/figs-euphemism)

ເຢໂຣໂບອາມໄດ້ຂຶ້ນນັ່ງເທິງບັນລັງຂອງພະອົງ

ໃນທີ່ນີ້ “ນັ່ງຢູ່ເທິງບັນລັງຂອງພະອົງ” ຫມາຍເຖິງການປົກຄອງເປັນກະສັດ. ອາດແປໄດອີກວ່າ: "ເຢໂຣໂບອາມໄດ້ກາຍເປັນກະສັດຫລັງຈາກພະອົງ" ຫຼື "ເຢໂຣໂບອາມເລີ່ມຕົ້ນປົກຄອງຫຼັງຈາກພະອົງ" (ເບິ່ງ: rc://*/ta/man/translate/figs-metonymy)