lo_tn/2ki/13/10.md

2.9 KiB

ໃນປີທີສາມສິບເຈັດ ແຫ່ງຣາຊການໂຢອາດກະສັດຂອງຢູດາ

ປີທີເຈັດຂອງກະສັດໂຢອາດແຫ່ງຢູດາ - "ຫລັງຈາກໂຢອາດໄດ້ປົກຄອງຢູດາເກືອບ 37 ປີແລ້ວ" (ເບິ່ງ: rc://*/ta/man/translate/translate-numbers)

ເຢໂຮອາດລູກຊາຍຂອງເຢໂຮອາຮາດໄດ້ຊົງປົກຄອງເຫນືອອິດສະຣາເອນ ໃນສະມາເຣຍ

"ເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດເລີ່ມປົກຄອງອິດສະຣາເອນໃນເມືອງຊາມາເຣຍ"

ເຢໂຮອາດ

ນີ້ແມ່ນກະສັດແຫ່ງອິດສະຣາເອນຜູ້ທີ່ເປັນລູກຊາຍຂອງເຢໂຮອາຮາດ. (ເບິ່ງ: rc://*/ta/man/translate/translate-names)

ພະອົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ

ໃນນີ້ "ສາຍຕາ" ແມ່ນການສະແດງຄວາມຄິດຫລືການພິພາກສາຂອງພຣະເຈົ້າ. ອາດແປໄດ້ອີກວ່າ: "ລາວໄດ້ເຮັດສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວ" (ເບິ່ງ: rc://*/ta/man/translate/figs-metaphor)

ພະອົງບໍ່ໄດ້ຊົງຫັນຫນີຈາກບາບທັງຫມົດຂອງເຢໂຣໂບອາມ

ການຢຸດເຊົາການເຮັດບາບແມ່ນເວົ້າເຖິງວ່າ ລາວປະຖິ້ມຄວາມບາບ. ນີ້ສາມາດຖືກລະບຸໄວ້ໃນຮູບແບບໃນທາງບວກ. ອາດແປໄດ້ອີກວ່າ: "ເຢໂຮອາດບໍ່ໄດ້ຢຸດການກະທຳບາບດຽວກັນກັບເຢໂຣໂບອາມ" ຫຼື "ເຢໂຮອາດຍັງສືບຕໍ່ເຮັດບາບຄືກັນກັບ ເຢໂຣໂບອາມ" (ເບິ່ງ: rc://*/ta/man/translate/figs-metaphor)

ຜູ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ

"ໂດຍທີ່ເຢໂຣໂບອາມໄດ້ເຮັດໃຫ້ອິດສະຣາເອນເຮັດບາບ"

ແຕ່ພະອົງໄດ້ຊົງດຳເນີນໃນບາບນັ້ນ

ບາບເວົ້າເຖິງຄືກັບວ່າລາວກຳລັງເດີນໄປໃນທາງທີ່ຜິດ. ອາດແປໄດ້ອີກວ່າ: "ແຕ່ເຢໂຮອາດສືບຕໍ່ເຮັດບາບແບບດຽວກັນນີ້" (ເບິ່ງ: rc://*/ta/man/translate/figs-metaphor)