lo_tn/2ki/10/10.md

2.9 KiB

ຈົ່ງຮູ້ແນ່ເຖີດວ່າ

"ເຂົ້າໃຈ" ຫຼື "ຮູ້ສະຕິຄວາມຈິງທີ່ວ່າ"

ຖ້ອຍຄຳຂອງ ພຣະຢາເວບໍ່ວ່າສ່ວນໃດກໍຕາມ...ຈະບໍ່ຕົກດິນແຕ່ຢ່າງໃດເລີຍ

ນີ້ເວົ້າກ່ຽວກັບທຸກສິ່ງທີ່ເກີດຂື້ນທີ່ ພຣະຢາເວໄດ້ກ່າວວ່າຈະເກີດຂື້ນຄືກັບວ່າ ມັນເປັນສິ່ງທີ່ບໍ່ຕາຍແລະລົ້ມລົງຢູ່ກັບພື້ນດິນ. ອາດແປໄດ້ອີກວ່າ: "ບໍ່ມີສ່ວນໃດໃນຖ້ອຍຄຳຂອງພຣະຢາເວ ... ຈະລົ້ມເຫລວ" ຫລື "ທຸກໆສ່ວນຂອງຖ້ອຍຄຳຂອງ ພຣະຢາເວ ... ຈະເກີດຂຶ້ນ" (ເບິ່ງ: rc://*/ta/man/translate/figs-metaphor)

ພຣະຢາເວໄດ້ຊົງເຮັດສິ່ງທີ່

ເລື່ອງນີ້ເວົ້າເຖິງພຣະຢາເວເຮັດໃຫ້ລູກຫລານຂອງອາຮາບຖືກຂ້າຄືກັນກັບລາວຂ້າພວກເຂົາເອງ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ເຮັດໃຫ້ເກີດຂຶ້ນ" (ເບິ່ງ: rc://*/ta/man/translate/figs-metaphor)

ດັ່ງນັ້ນເຢຮູໄດ້ຂ້າທຸກຄົນ...ແລະປະໂລຫິດຂອງລາວ

ເຢຮູບໍ່ໄດ້ຂ້າຄົນທັງຫມົດເຫລົ່ານີ້ເປັນສ່ວນຕົວ, ແຕ່ລາວໄດ້ສັ່ງໃຫ້ພວກເຂົາຂ້າ. ອາດແປໄດ້ອີກວ່າ: "ດັ່ງນັ້ນ ແປໄດ້ອີກວ່າໄດ້ສັ່ງໃຫ້ທຸກຄົນ ... ທີ່ຈະຖືກຂ້າ" ຫຼື "ດັ່ງນັ້ນ ເຢຮູໄດ້ສັ່ງໃຫ້ທຸກຄົນ ... ທີ່ຈະຕາຍ" (ເບິ່ງ: rc://*/ta/man/translate/figs-synecdoche)

ທຸກຄົນທີ່ເຫລືອຢູ່

"ທຸກຄົນທີ່ມີຊີວິດຢູ່" ຫຼື "ທຸກຄົນທີ່ຍັງເຫລືອຢູ່"

ຈົນພວກເຂົາບໍ່ມີໃຜລອດຊີວິດຈັກຄົນ

ນີ້ຫມາຍຄວາມວ່າພວກເຂົາທຸກຄົນຖືກຂ້າ. ອາດແປໄດ້ອີກວ່າ: "ຈົນກ່ວາພວກເຂົາທັງໝົດໄດ້ຖືກຂ້າຕາຍ" ຫລື "ຈົນກ່ວາພວກເຂົາທຸກຄົນຕາຍ" (ເບິ່ງ: rc://*/ta/man/translate/figs-euphemism)