lo_tn/2ki/09/14.md

4.6 KiB

ນິມຊີ

ແປຊື່ຂອງຄົນນີ້ຄືກັນກັບທີ່ທ່ານໄດ້ເຮັດໃນ 9: 1. (ເບິ່ງ: rc://*/ta/man/translate/translate-names)

ຕອນນີ້ໂຢຣາມ

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ເພື່ອຫມາຍເຖິງ ການຢຸດພັກໃນບົດເລື່ອງສຳຄັນ. ຕໍ່ໄປນີ້ຜູ້ຂຽນບອກຂໍ້ມູນ ພື້ນຫລັງກ່ຽວກັບວິທີການ ໂຢຣາມໄດ້ຮັບບາດເຈັບແລະໄດ້ກັບຄືນມາຢູ່ເມືອງ ຢິດຊາເຣນ. (ເບິ່ງ: rc://*/ta/man/translate/writing-background)

ອິດສະຣາເອນທັງຫມົດ

ສິ່ງເຫຼົ່ານີ້ໝາຍເຖິງກອງທັບອິດສະຣາເອນເທົ່ານັ້ນແລະບໍ່ແມ່ນສຳລັບທຸກໆຄົນທີ່ອາໄສຢູ່ໃນອິດສະຣາເອນ. ອາດແປໄດ້ອີກວ່າ: "ລາວແລະກອງທັບຂອງລາວ" ຫຼື "ລາວແລະກອງທັບອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-synecdoche

ເພື່ອຮັບການຮັກສາ

ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ເພື່ອຟື້ນຕົວຈາກ" (ເບິ່ງ: rc://*/ta/man/translate/figs-activepassive)

ທີ່ຊາວອາຣາມທຳຮ້າຍລາວ

ນີ້ໝາຍຄວາມວ່າລາວໄດ້ຮັບບາດເຈັບໃນການສູ້ຮົບກັບຊາວອາຣາມ. ອາດແປໄດ້ອີກວ່າ: "ບາດແຜທີ່ໂຢຣາມໄດ້ຮັບໃນລະຫວ່າງການສູ້ຮົບກັບກອງທັບອາຣາມ" (ເບິ່ງ: rc://*/ta/man/translate/figs-explicit)

ຕໍ່ສູ້ກັບກະສັດຮາຊາເອນແຫ່ງເອຣາມ

ນີ້ໝາຍເຖິງຮາຊາເອນແລະກອງທັບຂອງລາວ. ອາດແປໄດ້ອີກວ່າ: "ຕໍ່ຕ້ານຮາຊາເອນກະສັດແຫ່ງອາຣາມແລະກອງທັບຂອງລາວ" (ເບິ່ງ: rc://*/ta/man/translate/figs-synecdoche)

ຮາຊາເອນ

ແປຊື່ຂອງຄົນນີ້ຄືກັນກັບທີ່ທ່ານໄດ້ເຮັດໃນ 8: 7. (ເບິ່ງ: rc://*/ta/man/translate/translate-names)

ເຢຮູຈຶ່ງໄດ້ເວົ້າກັບຜູ້ຮັບໃຊ້ຂອງໂຢຣາມວ່າ

ນີ້ຫມາຍເຖິງເຈົ້າໜ້າທີ່ທີ່ຢູ່ກັບໂຢຣາມຢູ່ຣາໂມດກີເລອາດ.

ຖ້ານີ້ເປັນຄວາມປະສົງຂອງທ່ານ

"ຖ້າທ່ານຕົກລົງກັບຂ້ອຍ" ເຢຮູໃຊ້ປະໂຫຍກນີ້ເພື່ອກ່າວເຖິງຖ້າຄົນສະຫນັບລາວເປັນກະສັດແລະການຕັດສິນໃຈຂອງລາວ. ອາດແປໄດ້ອີກວ່າ: "ຖ້າເຈົ້າຢາກໃຫ້ຂ້ອຍເປັນກະສັດຂອງເຈົ້າຢ່າງແທ້ຈິງ" (ເບິ່ງ: rc://*/ta/man/translate/figs-explicit)

ເພື່ອຈະໄປບອກຂ່າວນີ້ໃນເມືອງ ຢິດຊາເຣນໄດ້

ນີ້ຫມາຍເຖິງການບອກໂຢຣາມແລະກອງທັບຂອງລາວກ່ຽວກັບແຜນການຂອງເຢຮູ. ອາດແປໄດ້ອີກວ່າ: "ເພື່ອເຕືອນກະສັດໂຢຣາມແລະກອງທັບຂອງລາວທີ່ຢິດຊາເຣນ" (ເບິ່ງ: rc://*/ta/man/translate/figs-explicit)

ບັດນີ້ອາຮາຢາ

ຄຳວ່າ "ບັດນີ້" ແມ່ນໃຊ້ຢູ່ນີ້ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງສຳຄັນ. ຕໍ່ໄປນີ້ຜູ້ຂຽນບອກຂໍ້ມູນເບື້ອງຫລັງກ່ຽວກັບອາຮາຢາທີ່ໄປຢ້ຽມຢາມໂຢຣາມ. (ເບິ່ງ: rc://*/ta/man/translate/writing-background)