lo_tn/2ki/08/25.md

3.8 KiB

ຂໍ້​ມູນ​ທົ່ວ​ໄປ:

ອາຮາຊິຍາເປັນກະສັດແຫ່ງຢູດາ.

ໃນປີທີສິບສອງແຫ່ງຣາຊການຂອງໂຢຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິດສະຣາເອນ

ເລື່ອງນີ້ອະທິບາຍເຖິງເວລາທີ່ອາຮາຊິຍາ ໄດ້ເລີ່ມຕົ້ນປົກຄອງເປັນກະສັດຢູດາ ໂດຍລະບຸວ່າໂຢຣາມກະສັດແຫ່ງອິດສະຣາເອນໃນປະຈຸບັນໄດ້ປົກຄອງຢູ່ດົນປານໃດ. ອາດແປໄດ້ອີກວ່າ: "ໃນປີທີສິບສອງທີ່ໂຢຣາມລູກຊາຍຂອງອາຮາບເປັນກະສັດຂອງອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-explicit)

ປີທີສິບສອງ

"ປີທີ 12" (ເບິ່ງ: rc://*/ta/man/translate/translate-ordinal)

ອາຍຸໄດ້ຊາວສອງປີ

ຊາວສອງປີ - "22 ປີ" (ເບິ່ງ: rc://*/ta/man/translate/translate-numbers)

ອາທາລິຍາ ... ອົມຣິ

ອາທາລິຍາແມ່ນຊື່ຂອງຜູ້ຍິງ. ອົມຣິ ແມ່ນຊື່ຂອງຜູ້ຊາຍ. (ເບິ່ງ: rc://*/ta/man/translate/translate-names)

ອາຮາຊິຢາດໍາເນີນຕາມເສັ້ນທາງຂອງ

ທີ່ນີ້ “ດໍາເນີນຕາມ” ຫມາຍເຖິງພຶດຕິກຳຂອງລາວ ຫລື ວິຖີຊີວິດຂອງລາວ. ອາດແປໄດ້ອີກວ່າ: "ອາຮາຊິຢາໄດ້ດຳລົງຊີວິດແບບດຽວກັບຄົນອຶ່ນໆໃນ" (ເບິ່ງ: rc://*/ta/man/translate/figs-idiom)

ຣາຊະວົງອາຮາບ

ຕໍ່ໄປນີ້ແມ່ນ "ຣາຊະວົງ" ຂອງອາຮາບຫມາຍເຖິງຄອບຄົວຂອງພະອົງ. ອາດແປໄດ້ອີກວ່າ: "ຄອບຄົວຂອງອາຮາບ" (ເບິ່ງ: rc://*/ta/man/translate/figs-metonymy)

ພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ

ໃນນີ້ແມ່ນ "ສາຍຕາ" ຂອງພຣະຢາເວສະແດງເຖິງສິ່ງທີ່ລາວຄິດ. ແປໄດ້ອີກວ່າ: "ລາວໄດ້ເຮັດສິ່ງທີ່ ພຣະຢາເວຖືວ່າເປັນສິ່ງຊົ່ວຮ້າຍ" ຫຼື "ລາວໄດ້ເຮັດສິ່ງທີ່ພຣະຢາເວເວົ້າວ່າຊົ່ວຮ້າຍ" (ເບິ່ງ: rc://*/ta/man/translate/figs-metonymy)

ເປັນລູກເຂີຍຂອງຣາຊະວົງອາຮາບ

ເປັນລູກເຂີຍເຮືອນຂອງອາຮາບ - ເລື່ອງນີ້ອະທິບາຍເຖິງຄວາມສຳພັນໃນຄອບຄົວຂອງອາຮາຊິຢາກັບອາຮາບ. ພໍ່ຂອງອາຮາຊິຢາໄດ້ແຕ່ງງານກັບລູກສາວຂອງອາຮາບ. ຄວາມຫມາຍຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ລູກຊາຍຂອງລູກເຂີຍຂອງກະສັດອາຮາບ" ຫຼື "ຫລານຊາຍຂອງກະສັດອາຮາບ" (ເບິ່ງ: rc://*/ta/man/translate/figs-explicit)