lo_tn/2ki/08/22.md

4.7 KiB

ຂໍ້​ມູນ​ທົ່ວ​ໄປ:

ກະສັດເຢໂຮຣາມແຫ່ງຢູດາໄດ້ສິ້ນຊີວິດ ແລະລູກຊາຍຂອງທ່ານອາຮາຊິຍາເປັນກະສັດ.

ດັ່ງນັ້ນ ເອໂດມຈຶ່ງໄດ້ກະບົດ ຕໍ່ຕ້ານການປົກຄອງຂອງຢູດາຈົນເຖິງທຸກວັນນີ້

"ດັ່ງນັ້ນຫລັງຈາກນັ້ນເອໂດມບໍ່ໄດ້ຖືກຄວບຄຸມໂດຍຢູດາອີກຕໍ່ໄປ, ແລະມັນກໍ່ຍັງເປັນແບບນັ້ນຢູ່"

ການປົກຄອງຂອງຢູດາ

ທີ່ນີ້ “ຢູດາ” ຫມາຍເຖິງກະສັດຢູດາ. ອາດແປໄດ້ອີກວ່າ: "ກົດລະບຽບຂອງກະສັດຢູດາ" ຫຼື "ສິດອຳນາດຂອງກະສັດຢູດາ" (ເບິ່ງ: rc://*/ta/man/translate/figs-metonymy)

ຈົນເຖິງທຸກວັນນີ້

ເຖິງເວລາທີ່ປື້ມຫົວນີ້ຂຽນ

ແລ້ວລິບນາກໍໄດ້ກະບົດໃນເວລາດຽວກັນ

ລີບນາໄດ້ກະບົດຕໍ່ກະສັດຢູດາຄືກັນກັບເອໂດມ. ອາດແປໄດ້ອີກວ່າ: "ໃນຊ່ວງເວລາດຽວກັນນັ້ນ, ລີບນາຍັງໄດ້ກະບົດຕໍ່ກະສັດຢູດາ" (ເບິ່ງ: rc://*/ta/man/translate/figs-explicit)

ລິບນາ

ນີ້ແມ່ນເມືອງອີກແຫ່ງໜຶ່ງທີ່ແຕ່ເດີມເປັນສ່ວນໜຶ່ງຂອງຢູດາ. ນີ້ "ລິບນາ" ໝາຍເຖິງຄົນທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ປະຊາຊົນຂອງລິບນາ" (ເບິ່ງ: [[rc:///ta/man/translate/translate-names]] and [[rc:///ta/man/translate/figs-metonymy]])

ສ່ວນພາຣະກິດອື່ນໆຂອງເຢໂຮຣາມ, ທຸກສິ່ງທີ່ທ່ານໄດ້ກະທໍາ

"ເພື່ອອ່ານເພີ່ມເຕີມກ່ຽວກັບປະຫວັດຂອງເຢໂຮຣາມແລະສິ່ງທີ່ລາວໄດ້ເຮັດ,"

ແມ່ນບໍ່ໄດ້ຖືກຂຽນໄວ້...ຢູດາ?

ຄຳຖາມນີ້ແມ່ນໃຊ້ເພື່ອແຈ້ງຫລື ເຕືອນໃຫ້ຜູ້ອ່ານຮູ້ວ່າຂໍ້ມູນກ່ຽວກັບເຢໂຮຣາມແມ່ນຢູ່ໃນປື້ມຫົວນີ້. ອາດແປໄດ້ອີກວ່າ: "ສິ່ງເຫລົ່ານີ້ຖືກຂຽນໄວ້ ... ຢູດາ." ຫຼື "ທ່ານສາມາດອ່ານກ່ຽວກັບພວກເຂົາ ... ຢູດາ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-activepassive]])

ເຢໂຮຣາມໄດ້ລ່ວງລັບໄປ ແລະ ໄດ້ພັກສະຫງົບຢູ່ກັບບັນພະບຸຣຸດຂອງພະອົງ, ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງທ່ານ

ໃນນີ້ "ພັກສະຫງົບ" ແມ່ນວິທີການສຸພາບຂອງການອ້າງອີງເຖິງຄົນທີ່ກຳລັງຈະຕາຍ. ຫລັງຈາກລາວຕາຍ, ສົບຂອງລາວກໍ່ຖືກຝັງຢູ່ບ່ອນດຽວກັບສົບຂອງບັນພະບຸລຸດຂອງລາວ. ປະໂຫຍກທີ່ວ່າ "ຖືກຝັງໄວ້" ສາມາດຖືກລະບຸໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ອີກວ່າ: "ເຢໂຮຣາມໄດ້ເສຍຊີວິດ, ແລະພວກເຂົາໄດ້ຝັງລາວໃກ້ກັບບັນພະບຸລຸດຂອງລາວ" (ເບິ່ງ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-activepassive]])

ແລ້ວອາຮາຊິຍາລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດແທນ.

"ຫຼັງຈາກນັ້ນ, ອາຮາຊິຍາ, ລູກຊາຍຂອງເຢໂຮຣາມ, ໄດ້ກາຍເປັນກະສັດຫລັງຈາກລາວໄດ້ເສຍຊີວິດ"