lo_tn/2ki/08/18.md

3.9 KiB

ເຢໂຮຣາມໄດ້ດໍາເນີນຕາມແນວທາງຂອງບັນດາກະສັດແຫ່ງອິສະຣາເອນ

ທີ່ນີ້ “ດຳເນີນຕາມ” ແມ່ນຄຳເວົ້າທີ່ເວົ້າເຖິງວິທີທີ່ລາວມີຊີວິດແລະປົກຄອງເປັນກະສັດ. ໃນເວລານີ້ໃນປະຫວັດສາດ, ກະສັດໃນປະຈຸບັນຂອງອິດສະຣາເອນໄດ້ເປັນກະສັດຊົ່ວ. ຄວາມ ຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ເຢໂຮຣາມແມ່ນກະສັດທີ່ຊົ່ວຮ້າຍ, ຄືກັນກັບກະສັດອື່ນຂອງອິດສະຣາເອນທີ່ປົກຄອງກ່ອນລາວ" (ເບິ່ງ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-explicit]])

ຄືກັນກັບກະສັດອາຮາບໄດ້ກະທໍາ

ນີ້ແມ່ນ "ຄົວເຮືອນ" ຂອງອາຮາບຫມາຍເຖິງສະມາຊິກຂອງຄອບຄົວຂອງອາຮາບແລະລູກຫລານລາວທີ່ຜ່ານມາ. ອາຮາບແມ່ນພໍ່ເຖົ້າຂອງເຢໂຮຣາມ. ອາດແປໄດ້ອີກວ່າ: "ຄືກັນກັບຄອບຄົວອຶ່ນໆຂອງອາຣາບໄດ້ເຮັດ" (ເບິ່ງ: rc://*/ta/man/translate/figs-metonymy)

ເພາະລູກສາວຂອງອາຮາບເປັນເມຍຂອງພະອົງ

ເຢໂຮຣາມໄດ້ແຕ່ງງານກັບລູກສາວຂອງກະສັດອາຮາບ.

ພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ

ນີ້ແມ່ນ "ສາຍຕາ" ຂອງພຣະຢາເວຫມາຍເຖິງສິ່ງທີ່ພຣະອົງຄິດ. ອາດແປໄດ້ອີກວ່າ: "ລາວໄດ້ເຮັດສິ່ງທີ່ພຣະຢາເວຖືວ່າເປັນສິ່ງຊົ່ວ" ຫຼື "ລາວໄດ້ເຮັດສິ່ງທີ່ພຣະຢາເວເວົ້າວ່າຊົ່ວ" (ເບິ່ງ: rc://*/ta/man/translate/figs-metonymy)

ທຳລາຍຢູດາ

ທີ່ນີ້ "ຢູດາ" ແມ່ນຄຳອະທິບາຍສຳລັບຄົນທີ່ອາໄສຢູ່ທີ່ນັ້ນ. ອາດແປໄດ້ອີກວ່າ: "ທຳລາຍປະຊາຊົນຢູດາ" (ເບິ່ງ: rc://*/ta/man/translate/figs-metonymy)

ເຫດທີ່ພຣະອົງໄດ້ກ່າວແກ່ເຂົາວ່າ ຈະຊົງປຣະທານເຊື້ອສາຍໃຫ້ແກ່ພະອົງຕະຫລອດໄປ.

"ນັບຕັ້ງແຕ່ພຣະຢາເວໄດ້ບອກດາວິດວ່າລາວຈະໃຫ້ລູກຫລານດາວິດຕະຫຼອດໄປ." ນີ້ຫມາຍເຖິງຄຳສັນຍາຂອງພຣະຢາເວຕໍ່ດາວິດວ່າລູກຫລານຂອງລາວ ຈະປົກຄອງຢູດາສະເຫມີ. ຄວາມຫມາຍອັນເຕັມທີ່ຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຍ້ອນວ່າລາວໄດ້ບອກດາວິດວ່າລູກຫລານຂອງລາວຈະປົກຄອງຢູດາຕະຫລອດໄປ" (ເບິ່ງ: rc://*/ta/man/translate/figs-explicit)