lo_tn/2ki/08/13.md

2.9 KiB

ຄົນຮັບໃຊ້ຂອງທ່ານແມ່ນໃຜ, ທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່ນີ້ບໍ?

ຮາຊາເອນກ່າວເຖິງຕົນເອງຢູ່ທີ່ນີ້ວ່າເປັນຜູ້ຮັບໃຊ້ຂອງ ເອລີຊາ. ຮາຊາເອນໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອເນັ້ນຫນັກໃຫ້ເຫັນວ່າລາວບໍ່ຄິດວ່າລາວສາມາດເຮັດສິ່ງທີ່ຊົ່ວຮ້າຍທີ່ເອລີຊາເວົ້າ. ສິ່ງນີ້ສາມາດຂຽນເປັນຄຳຖະແຫລງການ. ອາດແປໄດ້ອີກວ່າ: "ຂ້ອຍບໍ່ສາມາດເຮັດສິ່ງທີ່ຍິ່ງໃຫຍ່ເຊັ່ນນີ້ໄດ້!" ຫລື "ຂ້ອຍແມ່ນໃຜ, ວ່າຂ້ອຍຈະມີອຳນາດເຮັດສິ່ງດັ່ງກ່າວ?" (ເບິ່ງ: rc://*/ta/man/translate/figs-rquestion)

ສິ່ງທີ່ຍິ່ງໃຫຍ່

"ສິ່ງທີ່ຊົ່ວຮ້າຍນີ້." ນີ້ຄຳວ່າ “ຍິ່ງໃຫຍ່” ຫມາຍເຖິງບາງສິ່ງບາງຢ່າງທີ່ມີຜົນກະທົບອັນໃຫຍ່ຫຼວງແລະເປັນຕາຢ້ານ

ເຂົາເປັນພຽງຫມາເທົ່ານັ້ນ

ຮາຊາເອນເວົ້າກ່ຽວກັບຕົວເອງ. ລາວເວົ້າກ່ຽວກັບສະຖານະພາບຕໍ່າຂອງລາວແລະຂາດອິດທິພົນໂດຍການປຽບທຽບຕົວເອງກັບໝາ. ຢູ່ນີ້ໝາເປັນຕົວແທນຂອງສັດຊັ້ນຕ່ຳ. ແປໄດ້ອີກວ່າ: "ຂ້ອຍບໍ່ມີອຳນາດຄືກັບໝາ" ຫຼື "ຂ້ອຍບໍ່ມີອຳນາດຄືກັບສັດຊັ້ນຕ່ຳ" (ເບິ່ງ: rc://*/ta/man/translate/figs-metaphor)

ເຂົ້າຫາເຈົ້ານາຍຂອງເຂົາ

ປະໂຫຍກທີ່ວ່າ "ນາຍຂອງເຂົາ" ໝາຍເຖິງເບັນຮາດາດ

ຈົນພະອົງເສຍຊີວິດ

ນີ້ຫມາຍຄວາມວ່າເບັນຮາດາດຫາຍໃຈພາຍໃຕ້ຜ້າຫົ່ມປຽກ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ໃບຫນ້າ. ເບັນຮາດາດບໍ່ສາມາດຫາຍໃຈຜ່ານມັນ, ແລະດັ່ງນັ້ນລາວໄດ້ເສຍຊີວິດ" (ເບິ່ງ: rc://*/ta/man/translate/figs-explicit)