lo_tn/2ki/07/03.md

1.9 KiB

ບັດນີ້

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງສຳຄັນ. ນີ້ນັກຂຽນເລີ່ມບອກພາກສ່ວນໃຫມ່ຂອງເລື່ອງ.

ພວກເຮົາຈະນັ່ງຖ້າຢູ່ທີ່ນີ້ຈົນຕາຍເຮັດຫຍັງ?

ເຖິງວ່າຈະມີຜູ້ຊາຍສີ່ຄົນ, ແຕ່ມີພຽງໜຶ່ງໃນພວກເຂົາທີ່ຖາມຄຳຖາມນີ້. ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ແມ່ນເນັ້ນຫນັກວ່າພວກເຂົາບໍ່ຄວນເຮັດແນວນີ້. ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ແນ່ນອນວ່າພວກເຮົາບໍ່ຄວນນັ່ງຢູ່ທີ່ນີ້ຈົນກວ່າພວກເຮົາຈະຕາຍ" (ເບິ່ງ: rc://*/ta/man/translate/figs-rquestion)

ຖ້າພວກເຂົາໄວ້ຊີວິດຂອງພວກເຮົາ, ພວກເຮົາຈະມີຊີວິດຢູ່, ແລະ ຖ້າພວກເຂົາຂ້າພວກເຮົາ, ພວກເຮົາຈະຕ້ອງຕາຍເທົ່ານັ້ນ

ຊາຍສີ່ຄົນທີ່ເປັນພະຍາດຂີ້ທູດກຳລັງເວົ້າວ່າ ຊາວອາຣາມອາດຈະລ້ຽງພວກເຂົາເພື່ອພວກເຂົາຈະມີຊີວິດຢູ່ໄດ້ ຫລື ພວກເຂົາອາດຈະຂ້າພວກເຮົາເຊິ່ງມັນຈະບໍ່ຮ້າຍແຮງກວ່າເກົ່ານັບຕັ້ງແຕ່ພວກເຂົາຈະຕາຍໄປ.