lo_tn/2ki/06/32.md

7.1 KiB

ກະສັດໄດ້ສົ່ງຊາຍຄົນ ຫນຶ່ງມາຫາເພິ່ນກ່ອນ

“ໃຫ້ຢູ່ຕໍ່ໜ້າກະສັດ” ຫມາຍຄວາມວ່າຈະເປັນຜູ້ຫນຶ່ງໃນຜູ້ຮັບໃຊ້ຂອງພະອົງ. ອາດແປໄດ້ອີກວ່າ: "ກະສັດອິດສະຣາເອນໄດ້ສົ່ງຜູ້ຮັບໃຊ້ຄົນຫນຶ່ງຂອງພະອົງໄປສົ່ງຂ່າວສານ" (ເບິ່ງ: rc://*/ta/man/translate/figs-idiom)

"ອນທີ່ຈະມີຜູ້ສົ່ງຂ່າວມາເຖິງເອລີຊາ, ເພິ່ນໄດ້ກ່າວກັບຜູ້ອາວຸໂສວ່າ

ທີ່ນີ້ເອລີຊາ ກຳລັງເວົ້າກັບພວກຜູ້ເຖົ້າແກ່ກ່ອນທີ່ທູດຂອງກະສັດມາເຖິງ. ອາດແປໄດ້ອີກວ່າ: "ເມື່ອຜູ້ສົ່ງຂ່າວເກືອບຈະມາຮອດ, ເອລີຊາເວົ້າກັບຜູ້ເຖົ້າຜູ້ແກ່" (ເບິ່ງ: rc://*/ta/man/translate/figs-explicit)

“ທ່ານທັງຫລາຍໄດ້ເຫັນຫລືບໍ່ ລູກຊາຍຄາດຕະກອນຄົນນີ້ໄດ້ສົ່ງຄົນມາຕັດເອົາຫົວຂອງເຮົາ?

ເອລີເຊໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອສ້າງຄວາມສົນໃຈຕໍ່ຜູ້ສົ່ງຂ່າວສານແລະດູຖູກກະສັດ. ສິ່ງນີ້ສາມາດຂຽນເປັນຄຳ ຖະແຫຼງການ. ອາດແປໄດ້ອີກວ່າ: "ເບິ່ງ, ລູກຊາຍຂອງຄາດຕະກອນຄົນນີ້ໄດ້ສົ່ງຄົນໄປເອົາຫົວຂອງຂ້ອຍ!" (ເບິ່ງ: rc://*/ta/man/translate/figs-rquestion)

ລູກຊາຍຂອງຄາດຕະກອນ

ນີ້ໝາຍຄວາມວ່າກະສັດອິດສະຣາເອນມີຄຸນລັກສະນະຂອງຄາດຕະກອນ. ອາດແປໄດ້ອີກວ່າ: "ຊາຍຄົນນີ້ທີ່ຄ້າຍຄືຄາດຕະກອນ" ຫຼື "ຄາດຕະກອນ" (ເບິ່ງ: rc://*/ta/man/translate/figs-idiom)

ໄດ້ສົ່ງຄົນມາ

ຄຳສັບທີ່ຂາດຫາຍໄປອາດຈະຖືກເພີ່ມ. ອາດແປໄດ້ອີກວ່າ: "ໄດ້ສົ່ງຄົນໄປ" (ເບິ່ງ: rc://*/ta/man/translate/figs-ellipsis)

ຕັດເອົາຫົວຂອງເຮົາ

ນີ້ໝາຍຄວາມວ່າຈະຕັດຫົວລາວ. ອາດແປໄດ້ອີກວ່າ: "ຕັດຫົວຂອງຂ້ອຍ" ຫຼື "ຕັດຫົວຂ້ອຍ" ( rc://*/ta/man/translate/figs-euphemism)

ເບິ່ງແມ

ເອລີຊາໃຊ້ຄຳນີ້ມານີ້ເພື່ອດຶງດູດຄວາມສົນໃຈຂອງຜູ້ເຖົ້າໃຫ້ແກ່ສິ່ງທີ່ລາວເວົ້າຕໍ່ໄປ. ອາດແປໄດ້ອີກວ່າ: "ຟັງ" (ເບິ່ງ: rc://*/ta/man/translate/figs-idiom)

ຢຶດປະຕູໃຫ້ແຫນ້ນ

ຖ້າປະຕູຖືກປິດໃສ່ຄົນອື່ນມັນຫມາຍຄວາມວ່າ ມັນຖືກປິດແລະພວກເຂົາອາດຈະບໍ່ເຂົ້າໄປໃນປະຕູນັ້ນ. ອາດແປໄດ້ອີກວ່າ: "ຍຶດປະຕູປິດໄວ້ເພື່ອບໍ່ໃຫ້ລາວເຂົ້າມາໄດ້" (ເບິ່ງ: rc://*/ta/man/translate/figs-idiom)

ກັນເຂົາໄວ້ ນັ້ນບໍ່ແມ່ນສຽງຂອງຕີນເຈົ້ານາຍຂອງເຂົາທີ່ນໍາມາບໍ?

ເອລີຊາໃຊ້ຄຳຖາມນີ້ເພື່ອຮັບປະກັນຜູ້ເຖົ້າແກ່ວ່າກະສັດກຳ ລັງຈະມາໃກ້ລາວ. ຄຳຖາມນີ້ອາດຈະຖືກຂຽນເປັນຄຳ ຖະແຫລງ. ອາດແປໄດ້ອີກວ່າ: "ສຽງຕີນຂອງນາຍຂອງລາວແມ່ນຢູ່ເບື້ອງຫລັງລາວ." ຫລື "ກະສັດຈະໄປຕາມທັນທີຫລັງຈາກລາວມາຮອດ." (ເບິ່ງ: rc://*/ta/man/translate/figs-rquestion)

ເບິ່ງເເມ, ຜູ້ສົ່ງຂ່າວ

ຄຳວ່າ "ເບິ່ງແມ" ເຕືອນພວກເຮົາເຖິງການມາຮອດຂອງຜູ້ສົ່ງຂ່າວ.

ຜູ້ສົ່ງຂ່າວໄດ້ລົງມາຫາທ່ານ

ຜູ້ສົ່ງຂ່າວໄດ້ມາເຖິງ, ແລະກະສັດກໍ່ໄດ້ເຮັດດັ່ງທີ່ເອລີຊາໄດ້ບອກວ່າລາວຈະເຮັດ. ປະໂຫຍກທີ່ວ່າ "ລົງມາຫາທ່ານ" ຫມາຍຄວາມວ່າພວກເຂົາມາຮອດບ່ອນທີ່ລາວຢູ່. ອາດແປໄດ້ອີກວ່າ: "ຜູ້ສົ່ງຂ່າວແລະກະສັດໄດ້ມາຮອດ" (ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-idiom]])

ຈົ່ງເບິ່ງເຖີດ, ຄວາມເດືອດຮ້ອນນີ້

"ແທ້ຈິງແລ້ວ, ບັນຫານີ້." ຄຳວ່າ "ຈົ່ງເບິ່ງ" ໃນນີ້ເພີ່ມຄວາມເອົາໃຈໃສ່ຕໍ່ສິ່ງທີ່ຕິດຕາມມາ. ຄຳວ່າ "ຄວາມເດືອດຮ້ອນນີ້" ຫມາຍເຖິງຄວາມອຶດຢາກໃນເມືອງຊາມາເຣຍແລະຄວາມທຸກທໍລະມານທີ່ມັນເກີດມາ.

ເປັນຫຍັງຂ້າພະເຈົ້າຈຶ່ງລໍຖ້າພຣະຢາເວຕໍ່ໄປອີກ?

ກະສັດຜູ້ນີ້ໃຊ້ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອເນັ້ນຫນັກໃຫ້ເຫັນວ່າ ພະອົງບໍ່ເຊື່ອວ່າ ພຣະຢາເວຈະຊ່ວຍພວກເຂົາ. ສິ່ງນີ້ສາມາດຂຽນເປັນຄຳຖະແຫລງການ. ອາດແປໄດ້ອີກວ່າ: "ເປັນຫຍັງຂ້ອຍຄວນສືບຕໍ່ລໍຖ້າໃຫ້ ພຣະຢາເວຊ່ວຍພວກເຮົາ?" ຫຼື "ຂ້ອຍຈະບໍ່ລໍຖ້າການຊ່ວຍເຫລືອຈາກພຣະຢາເວອີກຕໍ່ໄປ!" (ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-rquestion]])