lo_tn/2ki/05/26.md

3.4 KiB

ຈິດໃຈຂອງເຮົາບໍ່ໄດ້ໄປກັບເຈົ້າບໍເມື່ອຊາຍຄົນນັ້ນລ້ຽວຣົດມ້າກັບມາພົບເຈົ້າ?

ເອລີຊາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າ ພຣະຢາເວ ອະນຸຍາດໃຫ້ລາວເຫັນສິ່ງທີ່ເກຮາຊີໄດ້ເຮັດ. ສິ່ງນີ້ສາມາດຂຽນເປັນຄຳ ຖະແຫລງການ. ອາດແປໄດ້ອີກວ່າ: "ເຈົ້າຄວນຈະຮູ້ວ່າຈິດໃຈຂອງຂ້ອຍສາມາດເຫັນເຈົ້າເມື່ອນາອາມານຢຸດລົດຮົບຂອງລາວແລະລົມກັບເຈົ້າ." (ເບິ່ງ: rc://*/ta/man/translate/figs-rquestion)

ນີ້ແມ່ນເວລາຄວນທີ່ຈະຮັບເງິນ ... ຄົນຮັບໃຊ້ຊາຍ ແລະ ຍິງບໍ

ເອລີຊາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່ານີ້ບໍ່ແມ່ນເວລາທີ່ຈະເອົາຂອງຂວັນ. ສິ່ງນີ້ສາມາດຂຽນເປັນຄຳຖະແຫຼງການ. ອາດແປໄດ້ອີກວ່າ: "ນີ້ບໍ່ແມ່ນເວລາທີ່ຈະຮັບເອົາເງິນ ... ຄົນຮັບໃຊ້ຊາຍ ແລະ ຍິງ." (ເບິ່ງ: rc://*/ta/man/translate/figs-rquestion)

ພະຍາດຂີ້ທູດຂອງນາອາມານຈະຕິດຢູ່ກັບເຈົ້າ ແລະ ລູກຫລານຂອງເຈົ້າ

ເລື່ອງນີ້ເວົ້າເຖິງເກຮາຊີແລະເຊື້ອສາຍຂອງລາວທີ່ເປັນພະຍາດຂີ້ທູດຄືກັບວ່າພະຍາດຂີ້ທູດຂອງນາອາມານຖືກເອົາໄປຈາກລາວແລະມອບໃຫ້ເກຮາຊີ. ອາດແປໄດ້ອີກວ່າ: "ເຈົ້າແລະລູກຫລານຂອງເຈົ້າຈະເປັນໂລກຂີ້ທູດຄືກັນກັບນາອາມານເປັນໂລກຂີ້ທູດ"

ດັ່ງນັ້ນເກຮາຊີຈຶ່ງຫາຍຈາກທີ່ຢູ່ຂອງເຂົາ

ປະໂຫຍກທີ່ວ່າ "ທີ່ຢູ່ຂອງເຂົາ" ໝາຍເຖິງພື້ນທີ່ທີ່ ເອລີຊາ ສາມາດເຫັນລາວ. ນີ້ຫມາຍຄວາມວ່າລາວໄດ້ອອກຈາກຫ້ອງທີ່ ເອລີຊາ ຢູ່. ອາດແປໄດ້ອີກວ່າ: "ເມື່ອ ເກຮາຊິ ອອກຈາກຫ້ອງ, ລາວໄປ" (ເບິ່ງ: rc://*/ta/man/translate/figs-idiom)

ເປັນສີຂາວຄືຫິມະ

ໂລກຂີ້ທູດເຮັດໃຫ້ຜິວຫນັງເປັນສີຂາວ. ຢູ່ທີ່ນີ້ຜິວຫນັງທີ່ຂີ້ທູດຂອງເກຮາຊິຖືກປຽບທຽບກັບສີຂອງຫິມະ. ອາດແປໄດ້ອີກວ່າ: "ກັບຜິວຫນັງທີ່ຂາວຄືຫິມະ" (ເບິ່ງ: rc://*/ta/man/translate/figs-simile)