lo_tn/2ki/05/13.md

4.2 KiB

ບິດາຂອງຂ້ານ້ອຍ

ຜູ້ຮັບໃຊ້ໄດ້ສະແດງຄວາມເຄົາລົບຕໍ່ນາອາມານໂດຍກ່າວກັບລາວວ່າ "ບິດາຂອງຂ້ານ້ອຍ" ຫລື "ທ່ານ."

ທ່ານຈະບໍ່ເຮັດບໍ?

ຜູ້ຮັບໃຊ້ໃຊ້ຄຳຖາມນີ້ເພື່ອຕຳນິນາອາມານຢ່າງລະມັດລະວັງ. ອາດແປໄດ້ອີກວ່າ: "ທ່ານຫມັ້ນໃຈໄດ້ເຮັດມັນແລ້ວ!" (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານຄວນຈະກະທໍາຫລາຍເທົ່າໃດ

ຜູ້ຮັບໃຊ້ກຳລັງປຽບທຽບວ່າ ຫລາຍກວ່ານັ້ນຈັກເທົ່າໃດ ນາອາມານຄວນເຕັມໃຈທີ່ຈະເຊື່ອຟັງຄຳສັ່ງງ່າຍນີ້ ເມື່ອລາວປາຖະຫນາທີ່ຈະເຊື່ອຟັງສິ່ງຫຍາກໆນັ້ນ. ອາດແປໄດ້ອີກວ່າ: "ຫລາຍກວ່ານັ້ນຈັກເທົ່າໃດທ່ານຄວນປະຖະຫນາທີ່ຈະເຊື່ອຟັງ" ຫລື "ທ່ານຍິ່ງບໍ່ຄວນທີ່ຈະຍິ່ງເຊື່ອຟັງຫລື" (ເບິ່ງ: rc://*/ta/man/translate/figs-ellipsis)

ທ່ານຄວນຈະກະທໍາຫລາຍເທົ່າໃດ, ຖ້າເຊັ່ນນັ້ນແລ້ວ ເມື່ອຜູ້ທຳນວາຍສັ່ງທ່ານໃຫ້ເຮັດສິ່ງທີ່ງ່າຍວ່າ "ຈົ່ງໄປຈຸ່ມຕົວຂອງທ່ານ ແລະ ໃຫ້ສະອາດເຖີດ, 'ທ່ານຍິ່ງຄວນຈະເຮັດບໍ່ແມ່ນບໍ?

ຜູ້ຮັບໃຊ້ໆຄຳຖາມທີ່ບໍ່ຫວັງຄຳຕອບນີ້ ເພື່ອເນັ້ນຫນັກໃຫ້ນາອາມານເຫັນວ່າ ລາວຄວນເຊື່ອຟັງຄຳສັ່ງຂອງເອລີຊາ. ຄຳຖາມນີ້ສາມາດຂຽນເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ທ່ານຄວນຈະມີຄວາມຕັ້ງໃຈຫລາຍກວ່າທີ່ຈະເຊື່ອຟັງ ໃນເວລາທີ່ລາວເວົ້າກັບທ່ານແບບງ່າຍໆວ່າ 'ຈົ່ງຈຸ່ມຕົວທ່ານເອງໃຫ້ສະອາດ.'" rc://*/ta/man/translate/figs-rquestion)

ຄົນຂອງພຣະເຈົ້າ

"ເອລີຊາ, ຄົນຂອງພຣະເຈົ້າ"

ເນື້ອຫນັງຂອງທ່ານໄດ້ຖືກຟື້ນຟູຄືນໃຫມ່ ຄືກັບເນື້ອຫນັງຂອງເດັກນ້ອຍ

ສິ່ງນີ້ເວົ້າໄດ້ວ່າຜິວຫນັງຂອງນາອາມານມີຄວາມສະອາດດີປານໃດຫລັງຈາກລາວໄດ້ຫາຍດີໂດຍການປຽບທຽບມັນກັບຜິວຫນັງຂອງເດັກນ້ອຍ. ອາດແປໄດ້ອີກວ່າ: "ເນື້ອຫນັງຂອງລາວໄດ້ຖືກຟື້ນຟູຄືນມາໃຫມ່ແລະມັນອ່ອນຄືກັບເນື້ອຫນັງຂອງເດັກນ້ອຍ" ຫລື "ຜິວຫນັງຂອງລາວດີຂື້ນແລະງາມດີຄືກັບຜິວ ຫນັງຂອງເດັກນ້ອຍ" (ເບິ່ງ: rc://*/ta/man/translate/figs-simile)

ເນື້ອຫນັງ

"ຜິວຫນັງຂອງລາວ"

ທ່ານໄດ້ຫາຍດີຈາກພະຍາດ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ອີກວ່າ: "ໂລກຂີ້ທູດຂອງລາວຫາຍໄປຫມົດແລ້ວ" (ເບິ່ງ: rc://*/ta/man/translate/figs-activepassive)