lo_tn/2ki/04/12.md

2.7 KiB

ເກຮາຊີ

ນີ້ແມ່ນຊື່ຂອງຄົນ. (ເບິ່ງ: rc://*/ta/man/translate/translate-names)

ຈົ່ງໄປເອີ້ນຜູ້ຍິງຊາວຊຸເນມຄົນນີ້ມາ

"ຈົ່ງໄປເອີ້ນຜູ້ຍິງຊາວຊຸູເນມ." ນີ້ໝາຍເຖິງຜູ້ຍິງຊາວຊຸເນມທີ່ເອລີຊາພັກຢູ່ນຳ.

ນາງລໍາບາກແບບນີ້ເພື່ອເຮົາ

ປະໂຫຍກທີ່ວ່າ "ລໍາບາກແບບ" ຫມາຍເຖິງສິ່ງທີ່ຜູ້ຍິງໄດ້ເຮັດຕໍ່ເອລີເຊ. ແປໄດ້ອີກວ່າ: "ທ່ານໄດ້ສະແດງຄວາມກະລຸນາແລະຄວາມເປັນຫ່ວງເປັນໃຍຕໍ່ພວກເຮົາຫຼາຍ"

ຈະໃຫ້ເຮົາເຮັດສິ່ງໃດເພື່ອນາງໄດ້ແດ່?

ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຮົາສາມາດເຮັດຫຍັງໄດ້ສຳລັບທ່ານ" (ເບິ່ງ: rc://*/ta/man/translate/figs-activepassive)

ຫລືຈະໃຫ້ກ່າວຫຍັງ

ໃນທີ່ນີ້ເອລີຊາກຳລັງຖາມວ່າ ນາງຢາກໃຫ້ລາວເວົ້າກັບກະສັດຫລືຜູ້ບັນຊາການກອງທັບເພື່ອເຮັດການຮ້ອງຂໍນາງຫລືບໍ່. ຄວາມຫມາຍທີ່ສົມບູນແບບຂອງ ຄຳຖາມນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ແປໄດ້ອີກວ່າ: "ພວກເຮົາສາມາດຮ້ອງຂໍໃຫ້ທ່ານໄດ້" (ເບິ່ງ: rc://*/ta/man/translate/figs-explicit)

ຂ້ານ້ອຍຢູ່ສະບາຍດີໃນທ່າມກາງຄົນຂອງຂ້ານ້ອຍ

ນາງກຳລັງປະຕິເສດວ່າລາວບໍ່ຕ້ອງການຫຍັງເລີຍ ເພາະວ່າຄອບຄົວຂອງລາວເບິ່ງແຍງຄວາມຕ້ອງການຂອງລາວ. ອາດແປໄດ້ອີກວ່າ: "ຂ້ອຍອາໄສຢູ່ອ້ອມຮອບຄອບຄົວຂອງຂ້ອຍ, ແລະຍ້ອນວ່າພວກເຂົາເບິ່ງແຍງຂ້ອຍ, ຂ້ອຍບໍ່ມີຄວາມຕ້ອງການຫຍັງເລີຍ." (ເບິ່ງ: rc://*/ta/man/translate/figs-explicit)