lo_tn/2ki/03/21.md

2.7 KiB

ບັດນີ້

ຄຳສັບນີ້ຖືກນຳໃຊ້ໃນທີ່ນີ້ ເພື່ອຫມາຍເຖິງການຢຸດພັກໃນບົດເລື່ອງສຳຄັນ. ຕໍ່ໄປນີ້ຜູ້ຂຽນບອກຂໍ້ມູນເບື້ອງຫລັງກ່ຽວກັບກອງທັບຂອງໂມອາບທີ່ກຽມພົບກັບກະສັດສາມຄົນແລະກອງທັບຂອງພວກເຂົາໃນການສູ້ຮົບ. (ເບິ່ງ: rc://*/ta/man/translate/writing-background)

ທຸກຄົນທີ່ສາມາດໃສ່ເສື້ອປ້ອງກັນອາວຸດໄດ້

ທີ່ນີ້ “ເກາະປ້ອງກັນ” ສະແດງເຖິງຄວາມສາມາດໃນການຕໍ່ສູ້. ອາດແປໄດ້ອີກວ່າ: "ຜູ້ຊາຍທຸກຄົນທີ່ສາມາດຕໍ່ສູ້" (ເບິ່ງ: rc://*/ta/man/translate/figs-metonymy)

ກະສັດສະເດັດມາ

ໃນນີ້ຄຳວ່າ "ກະສັດ" ຫມາຍເຖິງທັງກະສັດແລະກອງທັບຂອງພວກເຂົາ. ອາດແປໄດ້ອີກວ່າ: "ບັນດາກະສັດໄດ້ມາພ້ອມກັບກອງທັບຂອງພວກເຂົາ" ຫຼື "ກະສັດແລະກອງທັບຂອງພວກເຂົາໄດ້ມາ" (ເບິ່ງ: rc://*/ta/man/translate/figs-synecdoche)

ສີນັ້ນເປັນສີແດງຄ້າຍຄືເລືອດ

ໃນນີ້ປຽບທຽບສີແດງຂອງນ້ຳກັບສີຂອງເລືອດ. ອາດແປໄດ້ອີກວ່າ: "ມັນເປັນສີແດງຄ້າຍຄືກັບເລືອດ" (ເບິ່ງ: rc://*/ta/man/translate/figs-simile)

ດັ່ງນັ້ນບັດນີ້, ໂມອາບເອີຍ

ພວກທະຫານກຳລັງອ້າງເຖິງຕົວເອງຢູ່ທີ່ນີ້ວ່າ "ໂມອາບ." ອາດແປໄດ້ອີກວ່າ: "ທະຫານຂອງໂມອາບ" (ເບິ່ງ: rc://*/ta/man/translate/figs-synecdoche)

ຮິບເອົາເຄື່ອງຂອງພວກເຂົາ

"ລັກຊັບຂອງເຂົາ." ຫລັງຈາກກອງທັບໄດ້ເອົາຊະນະສັດຕູຂອງພວກເຂົາ, ພວກເຂົາກໍ່ຈະປຸ້ນເອົາບ້ານເມືອງຂອງພວກເຂົາໂດຍການລັກເອົາສິ່ງທີ່ຍັງເຫລືອ.