lo_tn/2ki/03/13.md

4.9 KiB

ຂ້າພະເຈົ້າມີຫຍັງທີ່ກ່ຽວຂ້ອງກັບພະອົງບໍ?

ເອລີຊາໃຊ້ຄຳຖາມກະສັດອິດສະລາເອນວ່ານີ້ເພື່ອເນັ້ນໜັກວ່າລາວແລະກະສັດບໍ່ມີສິ່ງໃດເລີຍ. ຄຳຖາມນີ້ສາມາດແປເປັນຄຳ ເວົ້າ. ແປໄດ້ອີວ່າ: "ເຮົາບໍ່ມີຫຍັງກັບທ່ານ." ຫຼື "ເຮົາບໍ່ມີຫຍັງຄືກັນກັບທ່ານ." (ເບິ່ງ: rc://*/ta/man/translate/figs-rquestion)

ເພື່ອຈະມອບໄວ້ໃນມືຂອງໂມອາບ

ຕໍ່ໄປນີ້ແມ່ນ "ມືຂອງໂມອາບ" ຫມາຍເຖິງ "ການຄວບຄຸມຂອງໂມອາບ". ແປໄດ້ອີກວ່າ: "ມອບພວກເຂົາໃຫ້ແກ່ການຄວບຄຸມຂອງໂມອາບ" ຫຼື "ອະນຸຍາດໃຫ້ພວກເຂົາຖືກທະຫານໂມອາບຈັບຕົວໄດ້" (ເບິ່ງ: rc://*/ta/man/translate/figs-metonymy)

ພຣະຢາເວຜູ້ຊົງເປັນຈອມໂຍທາ ຜູ້ຊົງພຣະຊົນຢູ່, ຜູ້ເຊິ່ງຂ້ານ້ອຍໄດ້ຢືນຢູ່ຕໍ່ຫນ້າພຣະອົງ, ແນ່ນອນ

"ດັ່ງທີ່ຂ້ານ້ອຍຮູ້ວ່າພຣະຢາເວຊົງເປັນຈອມໂຍທາ ຜູ້ຊົງພະຊົນຢູ່, ຜູ້ເຊິ່ງຂ້ານ້ອຍໄດ້ຢືນຢູ່ຕໍ່ຫນ້າພຣະອົງ, ແນ່ນອນ." ຕໍ່ໄປນີ້ແມ່ນເອລີຊາປຽບທຽບຄວາມແນ່ນອນວ່າພຣະຢາເວ ມີຊີວິດຢູ່ກັບຄວາມແນ່ນອນວ່າ, ຖ້າບໍ່ແມ່ນສຳລັບເຢໂຮຊາຟັດຢູ່ທີ່ນັ້ນ, ລາວຈະບໍ່ເອົາໃຈໃສ່ໂຢຣາມ. ນີ້ແມ່ນວິທີການໃຫ້ຄຳສັນຍາຢ່າງຈິງຈັງ. ອາດແປໄດ້ອີກວ່າ: "ແນ່ນອນວ່າພຣະຢາເວຜູ້ຊົງເປັນຈອມໂຍທາ ຜູ້ຊົງພຣະຊົນຢູ່, ຜູ້ເຊິ່ງຂ້າພະເຈົ້າໄດ້ຢືນຢູ່ຕໍ່ຫນ້າພຣະອົງ, ເຮົາສັນຍາກັບທ່ານ, ຈົ່ງລໍຄອຍ" (ເບິ່ງ: rc://*/ta/man/translate/figs-simile)

ຜູ້ເຊິ່ງຂ້າພະເຈົ້າໄດ້ຢືນຢູ່ຕໍ່ຫນ້າພຣະອົງ

ທີ່ນີ້ການຮັບໃຊ້ ພຣະຢາເວແມ່ນເວົ້າເຖິງການຢືນຢູ່ຕໍ່ໜ້າ ພຣະອົງ. ອາດແປໄດ້ອີວ່າ: "ຜູ້ໃດທີ່ຂ້ານ້ອຍຮັບໃຊ້" (ເບິ່ງ: rc://*/ta/man/translate/figs-metaphor)

ຖ້າຂ້ານ້ອຍບໍ່ໄດ້ໃຫ້ການເຄົາຣົບນັບຖືແກ່ກະສັດເຢໂຮຊາຟັດກະສັດແຫ່ງຢູດາ, ຂ້ານ້ອຍຈະບໍ່ໃຈຈົດຈໍ່ຢູ່ກັບພະອົງເລີຍ.

ສິ່ງນີ້ສາມາດຂຽນໃນແງ່ບວກໄດ້. ອາດແປໄດ້ອີກວ່າ: "ເຮົາໄດ້ເອົາໃຈໃສ່ພວກທ່ານເທົ່ານັ້ນ ເພາະວ່າເຮົາໃຫ້ການເຄົາລົບນັບຖືແກ່ກະສັດເຢໂຮຊາຟັດແຫ່ງຢູດາ" (ເບິ່ງ: rc://*/ta/man/translate/figs-doublenegatives)

ເຮົາໃຫ້ການເຄົາລົບນັບຖືແກ່ກະສັດເຢໂຮຊາຟັດ

ຕໍ່ໄປນີ້ແມ່ນເຢໂຮຊາຟັດໄດ້ຖືກກ່າວເຖິງໂດຍທີ່ປະທັບຂອງລາວ. ແປໄດ້ອີກວ່າ: "ເຮົາໃຫ້ກຽດເຢໂຮຊາຟັດ" (ເບິ່ງ: rc://*/ta/man/translate/figs-metonymy)

ຂ້ານ້ອຍຈະບໍ່ໃຈຈົດຈໍ່ຢູ່ກັບພະອົງເລີຍ.

ປະໂຫຍກສອງຢ່າງນີ້ມີຄວາມຫມາຍຄ້າຍຄືກັນແລະຖືກໃຊ້ຮ່ວມກັນ ເພື່ອເນັ້ນຫນັກວ່າລາວຈະບໍ່ສົນໃຈໂຢຣາມ. ອາດແປໄດ້ອີກວ່າ: "ເຮົາບໍ່ມີຫຍັງເລີຍທີ່ຈະເຮັດກັບເຈົ້າ" (ເບິ່ງ: rc://*/ta/man/translate/figs-parallelism)