lo_tn/2ki/03/07.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ:

ກະສັດໂຢຣາມສືບຕໍ່ເວົ້າຕໍ່ກະສັດເຢໂຮຊາຟັດ.

ທ່ານຈະໄປສູ້ຮົບກັບໂມອາບພ້ອມກັບຂ້າພະເຈົ້າຫລືບໍ່?

ຄຳວ່າ "ທ່ານ" ຫມາຍເຖິງເຢໂຮຊາຟັດ, ແຕ່ຫມາຍເຖິງທັງລາວແລະກອງທັບຂອງລາວ. ທີ່ນີ້ "ໂມອາບ" ແມ່ນໝາຍເຖິງ "ກອງທັບຂອງໂມອາບ." ອາດແປໄດ້ອີກວ່າ: "ທ່ານແລະກອງທັບຂອງທ່ານຈະໄປກັບເຮົາເພື່ອຕໍ່ສູ້ກັບກອງທັບຂອງໂມອາບບໍ?" (ເບິ່ງ: rc://*/ta/man/translate/figs-synecdoche)

ຂ້າພະເຈົ້າຈະໄປ

ເຢໂຮຊາຟັດກຳລັງກ່າວວ່າທ່ານພ້ອມດ້ວຍກອງທັບທັງຫມົດ ຂອງທ່ານຈະສູ້ຮົບກັບກະສັດໂຢຣາມຕໍ່ຕ້ານໂມອາບ. ອາດແປໄດ້ອີກວ່າ: "ພວກເຮົາຈະໄປກັບທ່ານ" (ເບິ່ງ: rc://*/ta/man/translate/figs-synecdoche)

ຂ້າພະເຈົ້າກໍ່ເປັນຄືກັນກັບທ່ານ, ປະຊາຊົນຂອງຂ້າພະເຈົ້າກໍ່ຄືກັບປະຊາຊົນຂອງທ່ານ, ມ້າຂອງຂ້າພະເຈົ້າຄືກັບມ້າຂອງທ່ານ.

ເຢໂຮຊາຟັດກຳລັງປ່ອຍໃຫ້ໂຢຣາມໃຊ້ຕົນເອງ, ຄົນຂອງຕົນ, ແລະມ້າເພື່ອຈຸດປະສົງຂອງລາວ. ລາວເວົ້າກ່ຽວກັບເລື່ອງນີ້ຄືກັບວ່າພວກເຂົາເປັນຂອງໂຢຣາມ. ຄວາມໝາຍເຕັມຂອງ ຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ແປໄດ້ອີກວ່າ: "ພວກເຮົາພ້ອມທີ່ຈະເຮັດທຸກສິ່ງທີ່ທ່ານຕ້ອງການໃຫ້ພວກເຮົາເຮັດ. ທະຫານແລະມ້າຂອງຂ້າພະເຈົ້າພ້ອມທີ່ຈະຊ່ວຍທ່ານ" (ເບິ່ງ: rc://*/ta/man/translate/figs-explicit)

ໂດຍທາງຖິ່ນທຸຣະກັນດານຂອງເອໂດມ

"ໂດຍການເດີນທາງໃນຖິ່ນແຫ້ງແລ້ງກັນດານຂອງເອໂດມ"