lo_tn/2ki/02/15.md

2.6 KiB

ບັນດາບຸດຊາຍຂອງຜູ້ທໍານວາຍ

ນີ້ບໍ່ໄດ້ຫມາຍຄວາມວ່າພວກເຂົາເປັນລູກຂອງຜູ້ທຳນວາຍ, ແຕ່ວ່າ, ພວກເຂົາແມ່ນກຸ່ມຂອງຜູ້ທຳນວາຍ. ອາດແປໄດ້ອີກວ່າ: "ກຸ່ມຄົນທີ່ເປັນຜູ້ທຳນວາຍ" (ເບິ່ງ: rc://*/ta/man/translate/figs-idiom)

ກົ້ມຕົວລົງຕໍ່ຫນ້າເພິ່ນ

ພວກເຂົາສະແດງຄວາມນັບຖືຢ່າງເລິກເຊິ່ງ ແລະຍອມຮັບວ່າເພິ່ນເປັນຜູ້ນຳຄົນໃຫມ່ຂອງພວກເຂົາ.

ວິນຍານຂອງເອລີຢານອນຢູ່ເທິງເອລີຊາ

ນີ້ແມ່ນ "ວິນຍານ" ຂອງເອລີຢາໝາຍເຖິງພະລັງທາງວິນຍານຂອງລາວ. ສິ່ງນີ້ເວົ້າກ່ຽວກັບເອລີຊາມີອຳນາດທາງວິນຍານນີ້ຄືກັບວ່າມັນເປັນສິ່ງທີ່ຢູ່ກັບລາວ. ແປໄດ້ອີກວ່າ: "ເອລີຊາມີອຳນາດທາງວິນຍານຄືກັນກັບທີ່ເອລີຢາໄດ້ເຮັດ" ຫລື "ອຳນາດທາງວິນຍານທີ່ເອລີຢາມີຢູ່ດຽວນີ້ກັບເອລີຊາ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-metaphor]])

ບັດນີ້, ໃນບັນດາຜູ້ຮັບໃຊ້ຂອງທ່ານມີຄົນແຂງແຮງຫ້າສິບຄົນ, ໃຫ້ພວກເຂົາໄປ

ຜູ້ຊາຍເຫຼົ່ານີ້ແມ່ນອ້າງອີງໃສ່ຕົວເອງເມື່ອພວກເຂົາເວົ້າວ່າ "ຊາຍຫ້າສິບຄົນແຂງແຮງ." ອາດແປໄດ້ອີກວ່າ: "ເບິ່ງດຽວນີ້, ພວກເຮົາແມ່ນຜູ້ຊາຍຫ້າສິບຄົນທີ່ແຂງແຮງແລະພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ. ຂໍໃຫ້ພວກເຮົາໄປ" (ເບິ່ງ: rc://*/ta/man/translate/figs-explicit)

ຫ້າສິບຄົນແຂງແຮງ

"50 ຄົນທີ່ແຂງແຮງ" (ເບິ່ງ: rc://*/ta/man/translate/translate-numbers)