lo_tn/2ki/01/09.md

2.2 KiB

ແລ້ວກະສັດກໍໄດ້ຊົງຮັບສັ່ງໃຫ້ນາຍກອງກັບທະຫານຫ້າສິບຄົນໄປຫາເອລີຢາ

ກະສັດໄດ້ສົ່ງຫົວໜ້າກອງທັບພ້ອມດ້ວຍທະຫານຫ້າສິບຄົນໄປນຳເອລີຢາກັບຄືນມາຫາລາວ. ອາດແປໄດ້ອີກວ່າ: "ຫຼັງຈາກນັ້ນກະສັດໄດ້ສົ່ງນາຍທະຫານພ້ອມດ້ວຍທະຫານຫ້າສິບຄົນໄປຍຶດເອົາເອລີຢາ" (ເບິ່ງ: rc://*/ta/man/translate/figs-explicit)

ທະຫານຫ້າສິບຄົນ

"ທະຫານ 50 ຄົນ" (ເບິ່ງ: rc://*/ta/man/translate/translate-numbers)

ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າ

ນາຍກອງໄດ້ເອີ້ນເອລີຢາວ່າເປັນຄົນຂອງພະເຈົ້າ, ແຕ່ວ່ານາຍກອງແລະກະສັດບໍ່ໄດ້ສະແດງຄວາມເຄົາລົບຢ່າງຖືກຕ້ອງຂອງເອລີຢາ. ເອລີຢາໄດ້ກ່າວສິ່ງນີ້ເພື່ອວ່າໄຟຈະລົງມາຈາກສະຫວັນ, ແລະ ສິ່ງນີ້ຈະພິສູດວ່າເອລີຢາເປັນຄົນຂອງພຣະເຈົ້າແທ້ໆແລະລາວສົມຄວນໄດ້ຮັບຄວາມນັບຖືຂອງພວກເຂົາ. ອາດແປໄດ້ອີກວ່າ: "ເນື່ອງຈາກວ່າຂ້ອຍເປັນຄົນຂອງພະເຈົ້າ, ຂໍໃຫ້ໄຟລົງມາຈາກສະຫວັນ" ຫຼື "ຖ້າຂ້ອຍເປັນຄົນຂອງພະເຈົ້າຕາມທີ່ເຈົ້າເວົ້າ, ໃຫ້ໄຟລົງມາຈາກສະຫວັນ"

ສະຫວັນ

"ຟ້າສະຫວັນ"