lo_tn/2co/11/07.md

3.5 KiB

ຂ້າພະເຈົ້າໄດ້ເຮັດຜິດໂດຍການຖ່ອມຕົວເອງເພື່ອເຈົ້າຈະໄດ້ຮັບຄວາມຍົກຊູຂຶ້ນບໍ?

ໂປໂລ ກຳລັງເລີ່ມອ້າງວ່າຕົນໄດ້ປະຕິບັດຕໍ່ຊາວໂກລິນ ໂທຢ່າງດີ. ຄຳຖາມປະໂຫຍກນີ້ສາມາດແປເປັນຄຳເວົ້າ, ຖ້າຈຳເປັນ. ອາດແປໄດ້ວ່າ: "ຂ້າພະເຈົ້າຄິດວ່າພວກເຮົາຕົກລົງເຫັນດີວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດໂດຍການຖ່ອມຕົວເອງເພື່ອເຈົ້າຈະໄດ້ຮັບຄວາມຍົກຊູຂຶ້ນ" (ເບິ່ງ: rc://*/ta/man/translate/figs-rquestion)

ຢ່າງເສລີ

"ໂດຍບໍ່ຄາດຫວັງຫຍັງຈາກເຈົ້າໃນການຕອບແທນ"

ຂ້າພະເຈົ້າໄດ້ຍາດຊີງຄຣິສຕະຈັກອື່ນໆ

ນີ້ແມ່ນການເວົ້າເກີນຈິງເພື່ອເນັ້ນຫນັກ ວ່າໂປໂລໄດ້ເອົາເງິນຈາກໂບດອື່ນ. ອາດແປໄດ້ວ່າ: "ຂ້າພະເຈົ້່າຍອມຮັບເງິນຈາກໂບດອື່ນໆ" (ເບິ່ງ: [[rc:///ta/man/translate/figs-irony]] ແລະ [[rc:///ta/man/translate/figs-hyperbole]])

ຂ້າພະເຈົ້າສາມາດຮັບໃຊ້ເຈົ້າ

ຄວາມຫມາຍ ອັນເຕັມທີ່ຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ວ່າ: "ຂ້າພະເຈົ້າສາມາດຮັບໃຊ້ທ່ານໂດຍບໍ່ເສຍຄ່າ" (ເບິ່ງ: rc://*/ta/man/translate/figs-explicit)

ໃນທຸກສິ່ງທີ່ຂ້າພະເຈົ້າໄດ້ຮັກສາຕົວເອງບໍ່ໃຫ້ເປັນພາລະຂອງເຈົ້າ

"ຂ້າພະເຈົ້າບໍ່ເຄີຍເປັນພາລະດ້ານການເງິນ ສຳລັບເຈົ້າ." ໂປໂລເວົ້າກ່ຽວກັບຜູ້ໃດຜູ້ຫນຶ່ງ ທີ່ຕ້ອງໃຊ້ເງິນຄືກັບວ່າເປັນຂອງຫນັກໆ ທີ່ຄົນເຮົາຕ້ອງແບກຫາບ. ຄວາມຫມາຍອັນເຕັມທີ່ຂອງສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ວ່າ: "ຂ້ອຍໄດ້ເຮັດທຸກສິ່ງທີ່ຂ້າພະ ເຈົ້າເຮັດໄດ້ເພື່ອໃຫ້ແນ່ໃຈວ່າເຈົ້າບໍ່ຈຳເປັນຕ້ອງໃຊ້ເງິນເພື່ອຂ້ອຍຈະໄດ້ຢູ່ນຳເຈົ້າ" (ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-metaphor]])

ພີ່ນ້ອງຜູ້ທີ່ມາ

"ພີ່ນ້ອງ" ເຫລົ່ານີ້ແມ່ນຜູ້ຊາຍທັງຫມົດ.

ຂ້າພະເຈົ້າຈະສືບຕໍ່ເຮັດແນວນັ້ນ

"ຂ້າພະເຈົ້າຈະບໍ່ເປັນພາລະຂອງເຈົ້າ"