lo_tn/2co/09/12.md

3.4 KiB

ສຳລັບການດຳເນີນການຮັບໃຊ້ນີ້

ໃນທີ່ຄໍາວ່າ"ຮັບໃຊ້" ຫມາຍເຖິງໂປໂລແລະເພື່ອນຮ່ວມງານຂອງທ່ານນໍາຂອງຖວາຍໃຫ້ໄພ່ພົນໃນນະຄອນເຢຣູຊາເລັມ ແປອີກຢ່າງວ່າ:"ເພາະວ່າໃນການຮັບໃຊ້ນີ້ເພື່ອທໍາມິກະຊົນໃນນະຄອນເຢຣູຊາເລັມ"(ເບິ່ງ: rc://*/ta/man/translate/figs-explicit)

ມັນຍັງທະວີຄູນຫລາຍໃນການກະທຳຂອງການຂອບພຣະຄຸນພຣະເຈົ້າ

ໂປໂລກ່າວເຖິງການກະທຳທີ່ເຊື່ອຖືຂອງຊາວໂກຣິນໂທຄືກັບວ່າມັນແມ່ນວັດຖຸທີ່ສາມາດທະວີຄູນຕົວເອງເຂົ້າໄປໃນຫລາຍວັດຖຸໄດ້. ອາດແປໄດ້ວ່າ: "ມັນຍັງເຮັດໃຫ້ເກີດການກະທຳຫລາຍຢ່າງທີ່ຜູ້ຄົນຈະຂອບພຣະຄຸນພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ເພາະວ່າການທີ່ພວກທ່ານໄດ້ຖືກທົດສອບແລະພິສູດໂດຍການຮັບໃຊ້ນີ້

ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າແປອີກຢ່າງວ່າ:"ເພາະວ່າການຮັບໃຊ້ນີ້ເປັນການທົດສອບ ແລະພິສູດພວກທ່ານ"(ເບິ່ງ: rc://*/ta/man/translate/figs-activepassive)

ທ່ານຍັງຈະສັນລະເສີນພຣະເຈົ້າໂດຍການເຊື່ອຟັງ ... ໂດຍຄວາມເອື້ອເຟື້ອເພື່ອແຜ່ຂອງປະທານຂອງທ່ານແກ່ພວກເຂົາແລະຕໍ່ທຸກໆຄົນ

ໂປໂລກ່າວວ່າຊາວໂກຣິນໂທຈະຍົກຍ້ອງພຣະເຈົ້າ ສອງ ອັນໂດຍການສັດຊື່ຕໍ່ພຣະເຢຊູແລະໂດຍການໃຫ້ທານແກ່ຜູ້ເຊື່ອອື່ນໆທີ່ມີຄວາມຈຳເປັນ.

ສໍາລັບຂອງປະທານເຫລືອທີ່ຈະພັນລະນາໃຫ້ຊິ້ນສຸດ

"ສຳລັບຂອງຂວັນຂອງລາວ, ຄຳເວົ້າໃດທີ່ບໍ່ສາມາດອະທິບາຍໄດ້." ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຂອງຂວັນນີ້ຫມາຍເຖິງ“ ພຣະຄຸນທີ່ຍິ່ງໃຫຍ່ທີ່ສຸດ” ທີ່ພຣະເຈົ້າໄດ້ມອບໃຫ້ຊາວໂກລິນໂທ, ເຊິ່ງໄດ້ນຳພາພວກເຂົາມີຄວາມເອື້ອເຟື້ອເພື່ອແຜ່ຫລື 2) ວ່າຂອງຂວັນນີ້ຫມາຍເຖິງພຣະເຢຊູຄຣິດ, ເຊິ່ງພຣະເຈົ້າໄດ້ມອບໃຫ້ຜູ້ທີ່ເຊື່ອທຸກຄົນ.