lo_tn/2co/07/02.md

4.4 KiB

ຂໍ້ມູນເຊື່ອມຕໍ່

ໂດຍໄດ້ເຕືອນຊາວເມືອງໂກຣິນໂທແລ້ວ ກ່ຽວກັບຜູ້ນຳຄົນອື່ນໆ ທີ່ພະຍາຍາມເຮັດໃຫ້ຜູ້ທີ່ເຊື່ອໃນໂກລິນ ໂທເຫລົ່ານີ້ຕິດຕາມພວກເຂົາ, ໂປໂລ ເຕືອນຄົນທັງ ຫລາຍກ່ຽວກັບຄວາມຮູ້ສຶກທີ່ເພິ່ນຮູ້ສຶກຕໍ່ພວກເຂົາ.

ຂໍເປີດໃຈຮັບພວກເຮົາດ້ວຍເຖີດ

ນີ້ຫມາຍເຖິງສິ່ງທີ່ໂປໂລເວົ້າໃນ 6:11 ກ່ຽວກັບພວກເຂົາເປີດໃຈຂອງພວກເຂົາຕໍ່ລາວ. ອາດແປໄດ້ວ່າ: "ເຮັດຫ້ອງໃຫ້ພວກເຮົາຢູ່ໃນຫົວໃຈຂອງທ່ານ" ຫລື "ຮັກພວກເຮົາແລະຍອມຮັບພວກເຮົາ" (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ຂ້າພະເຈົ້າກ່າວແບບນີ້ບໍ່ແມ່ນເພື່ອຕຳນິທ່ານ

ຂ້າພະເຈົ້າບໍ່ໄດ້ເວົ້າສິ່ງນີ້ ເພື່ອກ່າວຫາທ່ານວ່າທ່ານໄດ້ເຮັດຜິດ. ຄຳວ່າ "ສິ່ງນີ້" ຫມາຍເຖິງສິ່ງທີ່ ໂປໂລຫາກໍ່ກ່າວກ່ຽວກັບການບໍ່ເຮັດຜິດຕໍ່ຜູ້ໃດ.

ທ່ານຢູ່ໃນໃຈຂອງພວກເຮົາ

ໂປໂລ ກ່າວເຖິງຄວາມຮັກອັນໃຫຍ່ຫລວງຂອງເພິ່ນ ແລະ ເພື່ອນຮ່ວມງານຂອງເພິ່ນ ຕໍ່ຊາວເມືອງໂກຣິນ ໂທຄືກັບວ່າ ເອົາພວກເຂົາໄວ້ໃນໃຈຂອງພວກເພິ່ນ. ອາດແປໄດ້ອີກວ່າ: "ທ່ານເປັນທີ່ຮັກແພງຂອງພວກເຮົາຫລາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ສໍາລັບພວກເຮົາຈະຕາຍດ້ວຍກັນ ແລະ ຖ້າພວກເຮົາມີຊີວິດຢູ່ ພວກເຮົາກໍ່ຈະຢູ່ດ້ວຍກັນ

ນີ້ຫມາຍຄວາມວ່າ ໂປໂລ ແລະເພື່ອນຮ່ວມງານຂອງເພິ່ນຈະຮັກຊາວໂກຣິນໂທ ບໍ່ວ່າຈະເກີດຫຍັງຂຶ້ນກໍ່ຕາມ. ອາດແປໄດ້ອີກວ່າ: "ບໍ່ວ່າພວກເຮົາຈະຢູ່ ຫລືວ່າ ພວກເຮົາຈະຕາຍ" ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ການຕາຍສໍາລັບພວກເຮົາ

ພວກເຮົາປະກອບມີຜູ້ທີ່ເຊື່ອໃນເມືອງໂກຣິນໂທ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-inclusive)

ຂ້າພະເຈົ້າໄດ້ຮັບການຊູໃຈ.

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້: "ເຈົ້າເຮັດໃຫ້ຂ້ອຍສະບາຍໃຈ" (ເບິ່ງ: rc://*/ta/man/translate/figs-activepassive)

ຂ້າພະເຈົ້າມີຄວາມຍິນດີຢ່າງລົ້ນເຫລືອ

ໂປໂລ ເວົ້າກ່ຽວກັບຄວາມສຸກ ຄືກັບວ່າມັນເປັນຂອງແຫລວທີ່ເຕັມໃນໂຕເພິ່ນ ຈົນມັນຈະໄຫລລົ້ນອອກມາ. ອາດແປໄດ້ອີກວ່າ "ຂ້າພະເຈົ້າມີຄວາມສຸກທີ່ສຸດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແມ່ນແຕ່ໃນຄວາມທຸກຍາກທັງຫມົດຂອງພວກເຮົາ.

ເຖິງວ່າຈະມີຄວາມຫຍຸ້ງຍາກລໍາບາກທັງຫມົດຂອງພວກເຮົາ