lo_tn/2co/06/14.md

4.9 KiB

ຂໍ້ມູນທົ່ວໄປ

ໃນຂໍ້ທີ 16, ໂປໂລ ໄດ້ແປສ່ວນຕ່າງໆຈາກຜູ້ປະກາດພຣະທັມໃນພຣະຄັມພີເດີມ: ໂມເຊ, ເຊກາຢາ, ອາໂມດ, ແລະ ອື່ນໆ.

ຢ່າຜູກພັນກັບຄົນທີ່ບໍ່ເຊື່ອ

ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ອາດແປໄດ້ອີກວ່າ: "ພຽງແຕ່ຖືກຜູກມັດເຂົ້າດ້ວຍກັນກັບຜູ້ທີ່ເຊື່ອທັງຫລາຍເທົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ຖືກຜູກມັດເຂົ້າກັບ

ໂປໂລ ກ່າວກ່ຽວກັບການເຮັດວຽກຮ່ວມກັນເພື່ອຈຸດປະສົງຮ່ວມກັນ ຄືກັບວ່າເປັນສັດສອງໂຕທີ່ຜູກພັນເຂົ້າດ້ວຍກັນ ເພື່ອດຶງຄັນໄຖ ຫລື ລົດກວຽນ. ອາດແປໄດ້ອີກວ່າ: "ຮ່ວມມືກັບ" ຫລື "ມີຄວາມສຳພັນທີ່ໃກ້ຊິດກັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຄວາມຊອບທັມຈະມີສ່ວນອັນໃດກັບຄວາມອະທັມ?

ນີ້ແມ່ນຄຳຖາມທີ່ຄາດຫວັງຄຳຕອບໃນເຊີງລົບ. . ອາດແປໄດ້ອີກວ່າ: "ເພື່ອຄວາມຊອບທັມ ບໍ່ສາມາດພົວພັນກັບຄວາມອະທໍາ" (ເບິ່ງເພີ່ມເຕີມ:figs-rquestion)

ແສງສະຫວ່າງຈະເຂົ້າສະຫນິດກັບຄວາມມືດໄດ້ແນວໃດ?

ໂປໂລ ຖາມຄຳຖາມນີ້ ເພື່ອເນັ້ນຫນັກວ່າຄວາມສະຫວ່າງ ແລະຄວາມມືດບໍ່ສາມາດຢູ່ນຳກັນໄດ້ ເພາະວ່າແສງສະຫວ່າງຈະເຮັດໃຫ້ຄວາມມືດມົວ. ຄຳວ່າ "ແສງສະຫວ່າງ" ແລະ "ຄວາມມືດ" ຫມາຍເຖິງຄຸນລັກສະນະທາງສິນທັມ ແລະທາງວິນຍານຂອງຜູ້ທີ່ເຊື່ອ ແລະຄົນທີ່ບໍ່ເຊື່ອ. ອາດແປໄດ້ອີກວ່າ: "ແສງສະຫວ່າງຈະເຂົ້າສະນິດກັບຄວາມມືດບໍ່ໄດ້" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-metaphor]])

ພຣະຄຣິດ ມີຂໍ້ຕົກລົງຫຍັງກັບ ເບລີອານ?

ນີ້ແມ່ນຄຳຖາມທີ່ຄາດຫວັງຄຳຕອບໃນເຊີງລົບ. ອາດແປໄດ້ອີກວ່າ: "ບໍ່ມີການຕົກລົງກັນ ລະຫວ່າງ ພຣະຄຣິດກັບເບລີອານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເບລີອາ

ນີ້ແມ່ນອີກຊື່ຫນຶ່ງຂອງມານ. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ?

ນີ້ແມ່ນຄຳຖາມທີ່ຄາດຫວັງຄຳຕອບໃນເຊີງລົບ. ອາດແປໄດ້ອີກວ່າ: "ຜູ້ທີ່ເຊື່ອບໍ່ມີສ່ວນຮ່ວມຫຍັງກັບຜູ້ທີ່ບໍ່ເຊື່ອ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ແລະ ພຣະວິຫານຂອງພຣະເຈົ້າ ຈະຕົກລົງອັນໃດກັບຮູບເຄົາຣົບໄດ້?

ນີ້ແມ່ນຄຳຖາມທີ່ຄາດຫວັງຄຳຕອບໃນເຊີງລົບ. ອາດແປໄດ້ອີກວ່າ: "ບໍ່ມີການຕົກລົງກັນ ລະຫວ່າງ ພຣະວິຫານຂອງພຣະເຈົ້າ ແລະ ຮູບເຄົາຣົບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກເຮົາແມ່ນພຣະວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່

ໂປໂລກ່າວເຖິງຊາວຄຣິດສະຕຽນທຸກຄົນວ່າເປັນວິຫານເພື່ອພຣະເຈົ້າທີ່ຈະອາໄສຢູ່.