lo_tn/2co/05/06.md

3.0 KiB

ຂໍ້ມູນເຊື່ອມຕໍ່

ເນື່ອງຈາກວ່າ ຜູ້ທີ່ເຊື່ອຈະມີຮ່າງກາຍໃຫມ່ ແລະ ມີພຣະວິນຍານບໍລິສຸດ ເປັນຄຳຫມັ້ນ ສັນຍາ, ໂປໂລ ເຕືອນພວກເຂົາໃຫ້ດຳລົງຊີວິດ ໂດຍມີຄວາມເຊື່ອວ່າ ພວກເຂົາອາດຈະເຮັດໃຫ້ອົງພຣະຜູ້ເປັນເຈົ້າພໍໃຈ. ເພິ່ນສືບຕໍ່ ໂດຍການເຕືອນພວກເຂົາໃຫ້ຊັກຊວນຄົນອື່ນ ເພາະວ່າ 1) ຜູ້ທີ່ເຊື່ອຈະປາກົດຢູ່ທີ່ບ່ອນພິພາກສາຂອງພຣະຄຣິດແລະ 2) ຍ້ອນຄວາມຮັກຂອງ ພຣະຄຣິດ ທີ່ສິ້ນຊີວິດເພື່ອຜູ້ທີ່ເຊື່ອ.

ໃນຂະນະທີ່ພວກເຮົາອາໄສໃນເຮືອນຄືຮ່າງກາຍນີ້

ໂປໂລ ກ່າວເຖິງຮ່າງກາຍຄືກັບວ່າມັນເປັນສະຖານທີ່ ທີ່ຄົນອາໄສຢູ່. ອາດແປໄດ້ອີກວ່າ: "ໃນຂະນະທີ່ພວກເຮົາ ກຳລັງອາໄສຢູ່ໃນຮ່າງກາຍຂອງໂລກນີ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຮົາຢູ່ຫ່າງໄກຈາກອົງພຣະຜູ້ເປັນເຈົ້າ

ພວກເຮົາບໍ່ຢູ່ບ້ານກັບອົງພຣະຜູ້ເປັນເຈົ້າ ຫລື "ພວກເຮົາບໍ່ໄດ້ຢູ່ໃນສະຫວັນກັບອົງພຣະຜູ້ເປັນເຈົ້າ"

ພວກເຮົາດຳເນີນໄປດ້ວຍຄວາມເຊື່ອ, ບໍ່ແມ່ນຕາມທີ່ຕາເບິ່ງເຫັນ

ໃນທີ່ນີ້ "ຍ່າງ" ແມ່ນຄຳປຽບທຽບສຳລັບ "ການດຳເນີນຊີວິດ" ຫລື "ການປະພຶດຕົວ." ອາດແປໄດ້ອີກວ່າ: "ພວກເຮົາດຳເນີນໄປດ້ວຍຄວາມເຊື່ອ, ບໍ່ແມ່ນຕາມທີ່ຕາເບິ່ງເຫັນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຮົາຄວນທີ່ຈະຢູ່ຫ່າງໄກຈາກຮ່າງກາຍນີ້

ໃນທີ່ນີ້ ຄຳວ່າ "ຮ່າງກາຍ" ຫມາຍເຖິງ "ຮ່າງກາຍທີ່ຈັບຕ້ອງໄດ້".

ຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າ

ຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າໃນສະຫວັນ