lo_tn/2co/05/01.md

4.4 KiB

ຂໍ້ມູນເຊື່ອມຕໍ່

ໂປໂລ ກ່າວຕໍ່ໄປ ໂດຍການສົມທຽບຮ່າງກາຍຂອງຜູ້ທີ່ເຊື່ອໃນໂລກກັບຄົນທີ່ຢູ່ໃນສະຫວັນທີ່ພຣະເຈົ້າຈະປະທານໃຫ້.

ຖ້າເຮືອນດິນຊຶ່ງພວກເຮົາອາໄສຢູ່ນີ້ຖືກທຳລາຍລົງແລ້ວ, ພວກເຮົາກໍ່ຍັງມີທີ່ອາໄສຊຶ່ງມາຈາກພຣະເຈົ້າ

ທີ່ຢູ່ອາໄສໃນໂລກນີ້ແມ່ນຊົ່ວຄາວ ເປັນການປຽບທຽບ ສຳລັບຮ່າງກາຍຂອງບຸກຄົນ. ໃນທີ່ນີ້ແມ່ນ "ອາຄານຈາກພຣະເຈົ້າເປັນບ່ອນຖາວອນ" ເປັນການປຽບທຽບ ສຳລັບຮ່າງກາຍໃຫມ່ ທີ່ພຣະເຈົ້າຈະໃຫ້ແກ່ຜູ້ທີ່ເຊື່ອຫລັງຈາກພວກເຂົາຕາຍ. (ເບິ່ງ: rc://*/ta/man/translate/figs-metaphor)

ຖ້າເຮືອນດິນຊຶ່ງເຮົາໃນຢູ່ໃນໂລກຖືກທຳລາຍ

ນີ້ສາມາດຖືກຂຽນໃນຮູບແບບປົກກະຕິທົ່ວໄປ. ການແປພາສາທາງເລືອກ: "ຖ້າຄົນເຮົາທຳລາຍພື້ນທີ່ໂລກທີ່ພວກເຮົາອາໄສຢູ່" ຫລື "ຖ້າຄົນເຮົາຂ້າຮ່າງກາຍຂອງພວກເຮົາ" (ເບິ່ງ: rc://*/ta/man/translate/figs-activepassive)

ມັນເປັນເຮືອນທີ່ບໍ່ໄດ້ເຮັດດ້ວຍມືຂອງມະນຸດ

ນີ້ "ເຮືອນ"ຫມາຍເຖິງສິ່ງດຽວກັນກັບ "ການສ້າງຈາກພຣະເຈົ້າ." ໃນທີ່ນີ້ "ມື" ແມ່ນສິ່ງທີ່ເປັນຕົວແທນຂອງມະນຸດໂດຍລວມ. ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ແປອີກຢ່າງວ່າ: "ມັນແມ່ນເຮືອນທີ່ມະນຸດບໍ່ໄດ້ສ້າງ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-synecdoche]])

ເພາະໃນເຮືອນດິນນີ້ພວກເຮົາກໍຮ້ອງໄຫ້ຢູ່

ໃນທີ່ນີ້ "ເຮືອນດິນນີ້" ຫມາຍເຖິງສິ່ງດຽວກັນກັບ "ທີ່ຢູ່ອາໄສໃນໂລກທີ່ພວກເຮົາອາໄສຢູ່." ຄຳວ່າ ສຽງຮ້ອງໄຫ້ ແມ່ນສຽງທີ່ບຸກຄົນໃດຫນຶ່ງເຮັດ ເມື່ອພວກເຂົາປາດຖະຫນາຢາກຈະມີບາງສິ່ງທີ່ດີ.

ປາດຖະຫນາທີ່ຈະສວມໃສ່ສິ່ງທີ່ມາຈາກສະຫວັນ

ຄຳກ່າວທີ່ວ່າ“ ທີ່ຢູ່ເທິງສະຫວັນຂອງເຮົາ” ຫມາຍເຖິງສິ່ງດຽວກັນກັບ “ການກໍ່ສ້າງຈາກພຣະເຈົ້າ.” ໂປໂລ ກ່າວເຖິງຮ່າງກາຍໃຫມ່ທີ່ຜູ້ທີ່ເຊື່ອໄດ້ຮັບຫລັງຈາກທີ່ພວກເຂົາຕາຍຄືກັບວ່າມັນເປັນທັງອາຄານ ແລະເຄື່ອງນຸ່ງຫົ່ມທີ່ຄົນສາມາດໃສ່ໄດ້. (ເບິ່ງ: rc://*/ta/man/translate/figs-metaphor)

ເມື່ອສວມໃສ່ແລ້ວ

ໂດຍສວມໃສ່ທີ່ຢູ່ອາໃສໃນສະຫວັນຂອງພວກເຮົາ

ພວກເຮົາຈະບໍ່ຖືກເປືອຍກາຍ

ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ແປອີກຢ່າງວ່າ: "ພວກເຮົາຈະບໍ່ເປືອຍກາຍ" ຫລື "ພຣະເຈົ້າຈະບໍ່ພົບພວກເຮົາເປືອຍກາຍ" (ເບິ່ງ: rc://*/ta/man/translate/figs-activepassive)