lo_tn/2co/04/16.md

4.8 KiB

ຂໍ້ມູນເຊື່ອມຕໍ່

ໂປໂລ ຂຽນວ່າຄວາມຍາກລໍາບາກໃນເມືອງໂກຣິນໂທ ແມ່ນມີຫນ້ອຍ ແລະບໍ່ດົນເມື່ອປຽບທຽບກັບສິ່ງນິລັນ ດອນທີ່ເບິ່ງບໍ່ເຫັນ.

ດັ່ງນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍ

ນີ້ສາມາດຂຽນໃນຮູບແບບປະໂຫຍກບອກເລົ່າ. ແປອີກຢ່າງວ່າ: "ດັ່ງນັ້ນພວກເຮົາຍັງມີຄວາມຫມັ້ນໃຈ" (ເບິ່ງ: rc://*/ta/man/translate/figs-doublenegatives)

ກາຍພາຍນອກພວກເຮົາກຳລັງເຊື່ອມໂຊມໄປ

ນີ້ຫມາຍເຖິງທາງຮ່າງກາຍຂອງພວກເຂົາກໍາລັງຊຸດ ໂຊມ ແລະກໍາລັງຈະຕາຍ. ແປອີກຢ່າງວ່າ: "ຮ່າງກາຍຂອງຮ່າງກາຍຂອງພວກເຮົາກຳລັງອ່ອນແອ ແລະ ກໍາລັງຈະຕາຍ" (ເບິ່ງ: rc://*/ta/man/translate/figs-explicit)

ແຕ່ຈິດໃຈພາຍໃນນັ້ນ ຍັງຄົງຈະເລີນຂື້ນໃຫມ່ທຸກວັນ

ນີ້ຫມາຍເຖິງຊີວິດທາງວິນຍານພາຍໃນຂອງພວກເຂົາເຂັ້ມແຂງຂື້ນ. ອາດແປໄດ້ວ່າ: "ຈິດວິນຍານຂອງພວກເຮົາກຳລັງໄດ້ຮັບຄວາມເຂັ້ມແຂງຂື້ນທຸກໆມື້" (ເບິ່ງ: rc://*/ta/man/translate/figs-explicit)

ພາຍໃນວິນຍານພວກເຮົາກຳລັງໄດ້ຮັບຄວາມເຂັ້ມແຂງຂຶ້ນທຸກວັນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ວ່າ: "ພຣະເຈົ້າກຳລັງເພີ້ມພາຍໃນໃຈຂອງພວກເຮົາໃຫ້ມີຈິດວິນຍານເຂັ້ມແຂງຫລາຍຂື້ນໃນແຕ່ລະວັນ" (ເບິ່ງ: rc://*/ta/man/translate/figs-activepassive)

ເພາະວ່າຄວາມທຸກຍາກເລັກໆນ້ອຍໆ, ທີ່ເຮົາຮັບພຽງຊົ່ວຄາວນັ້ນ ຈະຕຽມພວກເຮົາສຳລັບກຽດຕິຍົດຍິ່ງ​ໃຫຍ່ຖາວອນ ຢ່າງບໍ່ມີສີ່ງປຽບທຽບ

ໂປໂລກ່າວເຖິງຄວາມທຸກທໍລະມານຂອງລາວແລະສະ ຫງ່າຣາສີທີ່ພຣະເຈົ້າຈະປະທານໃຫ້ແກ່ເຂົາຄືກບວ່າພວກມັນເປັນວັດຖຸທີ່ສາມາດຊັ່ງນໍ້າຫນັກໄດ້. ລະຫງ່າ ຣາສີເກີນກວ່າຄວາມທຸກທໍລະມານ. (ເບິ່ງ: rc://*/ta/man/translate/figs-metaphor)

ເພາະວ່າ ພວກເຮົາບໍ່ໄດ້ເອົາໃຈໃສ່ສິ່ງຂອງທີ່ພວກເຮົາເບີ່ງເຫັນຢູ່ ແຕ່ເປັນສີ່ງຂອງທີ່ເບິ່ງບໍ່ເຫັນ.

ສະຫງ່າຣາສີທີ່ໂປໂລຈະປະສົບແມ່ນຍິ່ງໃຫຍ່ຫລາຍຈົນ ບໍ່ມີໃຜສາມາດວັດໄດ້. ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ວ່າ: "ທີ່ບໍ່ມີໃຜສາມາດວັດໄດ້" (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ສິ່ງທີ່ເຫັນ…ສິ່ງທີ່ເບິ່ງບໍ່ເຫັນ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ອາດແປໄດ້ວ່າ: "ສິ່ງທີ່ພວກເຮົາສາມາດເຫັນ ... ສິ່ງທີ່ພວກເຮົາເບິ່ງບໍ່ເຫັນ" (ເບິ່ງ: rc://*/ta/man/translate/figs-activepassive)

ແຕ່ສຳລັບສິ່ງທີ່ເບິ່ງບໍ່ເຫັນ

ທ່ານສາມາດສະຫນອງພະຍັນຊະນະສຳລັບປະໂຫຍກນີ້. ອາດແປໄດ້ "ແຕ່ພວກເຮົາກຳລັງຕິດຕາມເບິ່ງສິ່ງທີ່ເບິ່ງບໍ່ເຫັນ" (ເບິ່ງ: rc://*/ta/man/translate/figs-ellipsis)