lo_tn/2co/04/05.md

3.7 KiB

ແຕ່ພຣະເຢຊູຄຣິດ ເປັນອົງພຣະຜູ້ເປັນເຈົ້າ, ແລະ ພວກເຮົາເອງເປັນຜູ້ຮັບໃຊ້ຂອງພຣະອົງ

ທ່ານສາມາດຫາຄຳກິລິຍາສຳລັບປະໂຫຍກເຫລົ່ານີ້. ແປອີກຢ່າງວ່າ: "ແຕ່ພວກເຮົາປະກາດວ່າ ອົງພຣະເຢຊູຄຣິດ ເປັນອົງພຣະຜູ້ເປັນເຈົ້າ, ແລະພວກເຮົາປະກາດຕົນເອງວ່າເປັນຜູ້ຮັບໃຊ້ຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-ellipsis)

ເພາະເຫັນແກ່ພຣະເຢຊູຄຣິດເຈົ້າ

ເພາະພຣະເຢຊູ

ຄວາມສະຫວ່າງຈະສ່ອງອອກມາຈາກຄວາມມືດ.

ດ້ວຍປະໂຫຍກນີ້, ໂປໂລໄດ້ກ່າວເຖິງ ພຣະເຈົ້າສ້າງຄວາມສະຫວ່າງ, ດັ່ງທີ່ໄດ້ອະທິບາຍໄວ້ໃນພຣະຄໍາ ປະຖົມມະການ.

ພຣະອົງຊົງສ່ອງແສງ ...ເຂົ້າມາໃນຈິດໃຈຂອງພວກເຮົາເພື່ອໃຫ້ເຮົາມີຄວາມສະຫວ່າງແຫ່ງຄວາມຮູ໊ເຖີງສະຫງ່າຣາສີຂອງພຣະເຈົ້າ

ນີ້ຄຳວ່າ "ຄວາມສະຫວ່າງ" ຫມາຍເຖິງ ຄວາມສາມາດທີ່ຈະເຂົ້າໃຈ. ເຊັ່ນດຽວກັນກັບທີ່ພຣະເຈົ້າໄດ້ສ້າງແສງສະຫວ່າງ, ພຣະອົງໄດ້ສ້າງຄວາມເຂົ້າໃຈສຳລັບຜູ້ທີ່ເຊື່ອ. ແປອີກຢ່າງວ່າ: "ພຣະອົງໄດ້ສ່ອງແສງ ... ເພື່ອໃຫ້ພວກເຮົາເຂົ້າໃຈເຖິງສະຫງ່າຣາສີຂອງພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

ໃນໃຈຂອງພວກເຮົາ

ໃນທີ່ນີ້ຄຳວ່າ: "ໃຈ" ຫມາຍເຖິງຈິດໃຈ ແລະຄວາມຄິດ. ແປອີກຢ່າງວ່າ: "ໃນຈິດໃຈຂອງພວກເຮົາ" (ເບິ່ງ: rc://*/ta/man/translate/figs-metonymy)

ຄວາມສະຫວ່າງຂອງຄວາມຮູ້ແຫ່ງສະຫງ່າຣາສີຂອງພຣະເຈົ້າ

ຄວາມສະຫວ່າງ, ຊຶ່ງແມ່ນຄວາມຮອບຮູ້ກ່ຽວກັບສະຫງ່າຣາສີຂອງພຣະເຈົ້າ

ສະຫງ່າຣາສີຂອງພຣະເຈົ້າ ໃນທີ່ປະທັບຂອງພຣະເຢຊູ ຄຣິດ

"ສະຫງ່າຣາສີຂອງພຣະເຈົ້າໃນພຣະພັກຂອງພຣະເຢຊູ ຄຣິດ." ເຊັ່ນດຽວກັບສະຫງ່າຣາສີຂອງພຣະເຈົ້າສ່ອງໃສ່ ຫນ້າໂມເຊ (ເບິ່ງ 3: 7), ມັນກໍ່ສ່ອງໃສ່ຫນ້າຂອງພຣະເຢຊູ. ນີ້ຫມາຍຄວາມວ່າເມື່ອໂປໂລປະກາດຂ່າວປະເສີດ, ຜູ້ຄົນສາມາດເຫັນແລະເຂົ້າໃຈຂ່າວສານກ່ຽວກັບສະຫງ່າຣາສີຂອງພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-metaphor)