lo_tn/2co/04/01.md

4.5 KiB

ຂໍ້ມູນເຊື່ອມຕໍ່

ໂປໂລ ຂຽນວ່າ ເພິ່ນເປັນຄົນສັດຊື່ໃນວຽກຮັບໃຊ້ ໂດຍການປະກາດເລື່ອງພະຄຣິດ ບໍ່ແມ່ນການຍົກຍໍຕົນເອງ. ເພິ່ນສະແດງໃຫ້ເຫັນເຖິງຄວາມຕາຍ ແລະ ຊີວິດຂອງພຣະເຢຊູ ເພື່ອໃຫ້ເພິ່ນທີຊີວິດສາມາດເຮັດວຽກກັບຜູ້ທີ່ເຊື່ອໃນຊາວເມືອງໂກຣິນໂທ.

ພວກເຮົາມີພັນທະກິດນີ້

ຕໍ່ໄປນີ້ ຄຳວ່າ "ພວກເຮົາ" ຫມາຍເຖິງ ໂປໂລ ແລະ ເພື່ອນຮ່ວມງານຂອງເພິ່ນ, ແຕ່ບໍ່ແມ່ນກ່ຽວກັບ ຊາວເມືອງໂກຣິນໂທ. (ເບິ່ງ: rc://*/ta/man/translate/figs-exclusive)

ໂດຍໄດ້ຮັບຄວາມເມດຕາ, ພວກເຮົາຈຶ່ງບໍ່ທໍ້ຖອຍ.

ປະໂຫຍກນີ້ ອະທິບາຍເຖິງວິທີທີ່ ໂປໂລ ແລະ ເພື່ອນຮ່ວມງານຂອງເພິ່ນ "ມີພັນທະກິດນີ້.ແບບໃດ" ເປັນຂອງປະທານທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ ໂດຍຜ່ານຄວາມເມດຕາຂອງພຣະອົງ. ແປອີກຢ່າງ: "ເພາະວ່າ ພຣະເຈົ້າໄດ້ສະແດງຄວາມເມດຕາພວກເຮົາ" (ເບິ່ງ: rc://*/ta/man/translate/figs-explicit)

ພວກເຮົາໄດ້ປະຖີ້ມສິ່ງທີ່ເຊື່ອງໄວ້ທີ່ຫນ້າອັບອາຍ

ນີ້ຫມາຍຄວາມວ່າໂປໂລ ແລະເພື່ອນຮ່ວມງານຂອງເພິ່ນປະຕິເສດທີ່ຈະເຮັດສິ່ງທີ່ “ເປັນຄວາມລັບ ແລະ ຫນ້າອາຍ”. ມັນບໍ່ໄດ້ຫມາຍຄວາມວ່າພວກເຂົາໄດ້ເຮັດສິ່ງເຫລົ່ານີ້ໃນອະດີດ.

ສິ່ງທີ່ປິດໃວ້

ຄຳວ່າ“ ເຊື່ອງຊ້ອນ” ອະທິບາຍສິ່ງທີ່“ ຫນ້າອາຍ”. ອາດແປໄດ້ວ່າ: "ວິທີທີ່ຫນ້າອາຍທີ່ຜູ້ຄົນຈະປິດບັງພວກເຂົາ" (ເບິ່ງ: rc://*/ta/man/translate/figs-hendiadys)

ພວກເຮົາບໍ່ໄດ້ດຳລົງຊີວິດຄືກັບຄົນທີ່ຫລອກລວງ

ດໍາເນີນຊີວິດໂດຍການຫລອກລວງ

ເຮົາບໍ່ບິດເບືອນພຣະຄຳຂອງພຣະເຈົ້າ

ປະໂຫຍກນີ້ໃຊ້ຄວາມຄິດທີ່ບໍ່ດີສອງຢ່າງເພື່ອສະແດງຄວາມຄິດໃນແງ່ບວກ. ອາດແປໄດ້ວ່າ: "ພວກເຮົາໃຊ້ພຣະຄຳຂອງພຣະເຈົ້າຢ່າງຖືກຕ້ອງ" (ເບິ່ງ: rc://*/ta/man/translate/figs-doublenegatives)

ພວກເຮົາມອບໂຕເຮົາເອງໃຫ້ກັບທຸກຄົນໃນຄວາມສໍານຶກຜິດຊອບຂອງເຮົາເອງ

ນີ້ຫມາຍຄວາມວ່າພວກເຂົາມີເຫດຜົນພຽງພໍສຳລັບແຕ່ລະຄົນທີ່ໄດ້ຍິນພວກເຂົາຕັດສິນໃຈວ່າພວກເຂົາຖືກຫລືຜິດ.

ໃນສາຍພຣະເນດຂອງພຣະເຈົ້າ

ນີ້ຫມາຍເຖິງການມີຂອງພຣະເຈົ້າ. ຄວາມເຂົ້າໃຈ ແລະການເຫັນດີຂອງພຣະເຈົ້າ ກ່ຽວກັບຄວາມຈິງຂອງ ໂປໂລ ຖືກກ່າວເຖິງວ່າພຣະເຈົ້າສາມາດເຫັນພວກເຂົາ. ການແປອີກຢ່າງວ່າ: "ຕໍ່ຫນ້າພຣະພັກຂອງພຣະເຈົ້າ" ຫລື "ກັບພຣະເຈົ້າໃນຖານະເປັນພະຍານ" (ເບິ່ງ: rc://*/ta/man/translate/figs-metaphor)