lo_tn/2co/01/21.md

2.5 KiB

ພຣະເຈົ້າຜູ້ທີ່ຢືນຢັນພວກເຮົາກັບທ່ານ

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພຣະເຈົ້າເປັນຜູ້ທີ່ຢັ້ງຢືນຄວາມສຳພັນຂອງພວກເຮົາກັບແຕ່ລະຄົນ ເພາະວ່າພວກເຮົາຢູ່ໃນພຣະຄຣິດ" ຫລື 2) "ພຣະເຈົ້າເປັນຜູ້ທີ່ຢັ້ງຢືນທັງຄວາມສຳພັນຂອງພວກເຮົາ ແລະ ຄວາມສຳພັນຂອງທ່ານ ກັບ ພຣະຄຣິດ."

ພຣະອົງໄດ້ມອບຫມາຍໃຫ້ພວກເຮົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ພຣະອົງໄດ້ຊົງມອບຫມາຍເຮົາໄວ້ ເພື່ອການປະກາດຂ່າວປະເສີດ" ຫລື 2) "ພຣະອົງໄດ້ເລືອກພວກເຮົາໃຫ້ເປັນຄົນຂອງພຣະອົງ."

ພຣະອົງໄດ້ປະທັບຕາພວກເຮົາ

ນີ້ຫມາຍຄວາມວ່າພຣະເຈົ້າໄດ້ຫມາຍໃຫ້ຜູ້ທີ່ເຊື່ອຖືເປັນຂອງຕົນເອງ. ອາດແປໄດ້ວ່າ: "ລາວໄດ້ ຫມາຍ ວ່າພວກເຮົາມີສິດຄອບຄອງຂອງຕົນເອງ" (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງ ໄດ້ປະທານພຣະວິນຍານໄວ້ຢູ່ໃນໃຈຂອງພວກເຮົາ

ໃນທີ່ນີ້ຄຳວ່າ "ຫົວໃຈ" ຫມາຍເຖິງສ່ວນເລິກທີ່ສຸດຂອງບຸກຄົນ. ແປອີກຢ່າງວ່າ: "ໄດ້ຊົງປະທານພຣະວິນຍານໃຫ້ຢູ່ໃນພວກເຮົາແຕ່ລະຄົນ" (ເບິ່ງ: rc://*/ta/man/translate/figs-metonymy)

ພຣະວິນຍານ ... ເປັນການຄໍ້າປະກັນ

ພຣະວິນຍານ ໄດ້ຖືກກ່າວເຖິງເຫມືອນກັບວ່າ ພຣະອົງ ເປັນສ່ວນຫນຶ່ງ ທີ່ມີສ່ວນຢູ່ໃນຊີວິດນິຣັນດອນຂອງເຮົາ. (ເບິ່ງ: rc://*/ta/man/translate/figs-metaphor)