lo_tn/2co/01/17.md

2.5 KiB

ຂ້າພະເຈົ້າລັງເລໃຈບໍ່?

ໂປໂລ ໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າເພິ່ນຫມັ້ນໃຈໃນການຕັດສິນໃຈຂອງເພິ່ນ ທີ່ຈະໄປຢ້ຽມຢາມຊາວເມືອງໂກຣິນໂທ. ຄຳຕອບທີ່ຄາດຫວັງຕໍ່ຄຳຖາມແມ່ນບໍ່. ແປອີກຢ່າງວ່າ: "ຂ້າພະເຈົ້າບໍ່ລັງເລໃຈ." ຫລື "ຂ້າພະເຈົ້າຫມັ້ນໃຈໃນການຕັດສິນໃຈຂອງຂ້າພະເຈົ້າ." (ເບິ່ງ: rc://*/ta/man/translate/figs-rquestion)

ຂ້າພະເຈົ້າວາງແຜນສິ່ງຕ່າງໆ ຕາມມາດຕະຖານຂອງມະນຸດ…ໃນເວລາດຽວກັນໄດ້ບໍ?

ໂປໂລ ໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າແຜນການຂອງເພິ່ນທີ່ຈະໄປຢ້ຽມຢາມຊາວເມືອງໂກຣິນໂທແມ່ນຈິງ ໃຈ. ແປອີກຢ່າງວ່າ: "ຂ້າພະເຈົ້າບໍ່ໄດ້ວາງແຜນສິ່ງຕ່າງໆ ຕາມມາດຕະຖານຂອງມະນຸດ...ໃນເວລາດຽວກັນໄດ້" (ເບິ່ງ: rc://*/ta/man/translate/figs-rquestion)

ສະນັ້ນຂ້າພະເຈົ້າເວົ້າວ່າ "ແມ່ນ,ຫລື ແມ່ນ" ໃນເວລາດຽວກັນ

ນີ້ຫມາຍຄວາມວ່າໂປໂລບໍ່ໄດ້ບອກທັງເພິ່ນເອງວ່າເພິ່ນຈະໄປຢ້ຽມຢາມ ແລະເພິ່ນຈະບໍ່ໄປຢ້ຽມຢາມໃນ ເວລາດຽວກັນ. ຄຳວ່າ "ແມ່ນ" ແລະ "ບໍ່" ແມ່ນຖືກຂຽນຊໍ້າເພື່ອເປັນການເນັ້ນຫນັກ. ແປອີກຢ່າງວ່າ:"ຂ້າພະ ເຈົ້າບໍ່ໄດ້ວາງແຜນສິ່ງຕ່າງໆ...ສະນັ້ນຂ້າພະເຈົ້າເວົ້າວ່າ "ແມ່ນແລ້ວ, ຂ້າພະເຈົ້າຈະໄປຢ້ຽມຢາມແນ່ນອນ" ແລະ "ບໍ່, ຂ້າພະເຈົ້າຈະບໍ່ໄປຢ້ຽມຢາມແນ່ນອນ" ໃນເວລາດຽວກັນ!"