lo_tn/2ch/20/05.md

2.4 KiB

ພຣະອົງບໍ່ໄດ້ ເປັນພຣະເຈົ້າໃນຟ້າສະຫວັນ ຫລື ? ພຣະອົງບໍ່ໄດ້ປົກຄອງເຫນືອບັນດາຣາຊະອານາຈັກຂອງປະຊາຊາດຫລື?

ອາດແປໄດ້ອີກວ່າ: ພຣະອົງແມ່ນພຣະເຈົ້າທ່ຽງແທ້ໃນສະຫວັນ ແລະ ເປັນຜູ້ປົກຄອງກະສັດທັງຫມົດຂອງແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃນພຣະຫັດຂອງພຣະອົງມີຣິດ ແລະ ອຳນາດ

ຄຳວ່າ "ຣິດ" ແລະ "ອຳນາດ" ແມ່ນມີຄວາມຫມາຍໂດຍພື້ນຖານອັນດຽວກັນ ແລະ ເນັ້ນຫນັກເຖິງຄວາມຍິ່ງໃຫຍ່ຂອງອຳນາດຂອງພຣະຢາເວ. ຄຳວ່າ“ພຣະຫັດ” ຫມາຍ ເຖິງການຄອບຄອງ. ອາດແປໄດ້ອີກວ່າ: "ພຣະອົງຄອບຄອງອຳນາດທີ່ຍິ່ງໃຫຍ່." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-doublet]] and [[rc:///ta/man/translate/figs-synecdoche]])

ພຣະເຈົ້າຂອງຂ້າພຣະອົງທັງຫລາຍບໍ່ແມ່ນຫລື ຜູ້ຊົງຂັບໄລ່ຊາວແຜ່ນດິນນີ້ອອກໄປເສຍໃຫ້ພົ້ນຫນ້າອິດສະຣາເອນປະຊາຊົນຂອງພຣະອົງ ແລະ ຊົງມອບໄວ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງເປັນນິດ?

ອາດແປໄດ້ອີກວ່າ: "ແມ່ນພຣະອົງຜູ້ທີ່ຂັບໄລ່ຜູ້ທີ່ອາໄສຢູ່ໃນດິນແດນນີ້ເພື່ອປະຊາຊົນອິດສະຣາເອນຂອງພຣະອົງ ແລະ ຜູ້ທີ່ໄດ້ມອບມັນໃຫ້ແກ່ລູກຫລານຂອງອັບຣາຮາມເປັນນິດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)