lo_tn/2ch/06/26.md

1.4 KiB

ເມື່ອຟ້າສະຫວັນປິດຢູ່ ແລະ ບໍ່ມີຝົນ

ວະລີ "ທ້ອງຟ້າຖືກປິດ" ຫມາຍຄວາມວ່າບໍ່ມີຝົນຕົກຈາກທ້ອງຟ້າ. ອາດແປໄດ້ອີກວ່າ: "ເມື່ອທ່ານບໍ່ອະນຸຍາດໃຫ້ຝົນໃດໆຕົກລົງມາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ຍອມຮັບພຣະນາມຊື່ຂອງພຣະອົງ,

ດ້ວຍຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາໃຫ້ກຽດພຣະເຈົ້າ ແລະ ສິດອຳນາດຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຫັນຫລັງກັບຈາກບາບຂອງພວກເຂົາ

ອາດແປໄດ້ອີກວ່າ: ຢຸດເຊົາການເຮັດຊົ່ວຂອງພວກເຂົາ"

ຊົງສອນທາງດີແກ່ພວກເຂົາ ຊຶ່ງພວກເຂົາຄວນຈະດຳເນີນໄປ

ອາດແປໄດ້ອີກວ່າ: "ສະແດງໃຫ້ກັບພວກເຂົາໃນການດຳເນີນຊີວິດຢ່າງຊອບທຳ"