lo_tn/1ti/06/09.md

4.4 KiB

ດຽວນີ້

ຄຳນີ້ເປັນເຄື່ອງຫມາຍຂອງການຢຸດພັກໃນການສອນ ທີ່ນິ້ ໂປໂລ ກັບໄປທີ່ຫົວຂໍ້ກ່ຽວກັບ ຄົນທີ່ຄິດວ່າການເປັນຄົນທີ່ເຄັ່ງຄັດສາດສະຫນາ ຈະເຮັດໃຫ້ພວກເຂົາຮັ່ງມີ (ເບິ່ງ: 6:3 )

ຄົນທີ່ຢາກລ້ຳລວຍກໍຕົກຢູ່ໃນບ້ວງແຮ້ວ

ໂປໂລ ເວົ້າເຖິງ ຄົນທີ່ປອ່ຍໃຫ້ເງິນຫລອກລວງ ພວກເຂົາກໍຕົກໃນບາບ ເວົ້າເຫມືອນກັບວ່າພວກເຂົາເປັນສັດທີ່ຕົກລົງໃນຂຸມ ທີ່ພວກນັກລ້າສັດໃຊ້ເປັນກັບດັກ ອາດແປໄດ້ອີກວ່າ:" ການເປັນຄົນຮັ່ງມີຈະຜະເຊີນຫນ້າກັບການຫລອກລວງ ທີ່ພວກເຂົາບໍ່ສາມາດຕ້ານທານໄດ້ ແລະພວກເຂົາຈະເປັນເຫມືອນກັບສັດທີ່ຢູ່ໃນແຮ້ວ. ( ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາຕົກຢູ່ໃນຄວາມສົນໃຈກ່ຽວກັບເລື້ອງທີ່ບໍ່ເປັນປະໂຫຍດ ແລະເປັນອັນຕະຣາຍຫລາຍ.

ນີ້ຍັງຄົງເປັນຄຳປຽບທຽບ ທີ່ຫມາຍຄວາມວ່າ ການຫລົງໃຫລທີ່ໂງ່ງ່າວ ເປັນອັນຕະລາຍທີ່ຈະເອົາຊະນະພວກເຂົາໄດ້ ອາດແປໄດ້ອີກວ່າ: "ເປັນເຫມືອນກັບສັດທີ່ຖືກແຮ້ວຂອງນາຍພານ" ( ເບິ່ງ: rc://*/ta/man/translate/figs-metaphor)

ສິ່ງໃດກໍຕາມ ທີ່ເຮັດໃຫ້ຄົນຈົມລົງໃນຄວາມຈິຍຫາຍແລະການຖືກທຳລາຍ

ໂປໂລ ເວົ້າເຖິງຄົນ ທີ່ປອ່ຍໃຫ້ບາບທຳລາຍພວກເຂົາ ເຫມືອນກັບວ່າ ພວກເຂົາເປັນເຮືອທີ່ຈົມຢູ່ພື້ນນ້ຳ ອາດແປໄດ້ອີກວ່າ: " ແລະກາຍເປັນຄົນຊົ່ວຮ້າຍ ເຫມືອນກັບເຮືອທີ່ຈົມນ້ຳ" (ເບິ່ງ: rc://*/ta/man/translate/figs-metaphor)

ການຮັກເງິນເປັນຄວາມຊົ່ວຮ້າຍທຸກຢ່າງ

ໂປໂລ ເວົ້າເຖິງສາຍເຫດຂອງຄວາມຊົ່ວຮ້າຍ ເຫມືອນກັບວ່າມັນເປັນຮາກຂອງຕົ້ນໃມ້ ອາດແປໄດ້ອີກວ່າ: " ເພາະການຮັກເງິນເປັນຕົ້ນເຫດຂອງຄວາມຊົ່ວທຸກຢ່າງ

ໃຜຕອ້ງການມັນ

"ໃຜຕອ້ງການເງິນ"

ເຮັດໃຫ້ຫລົງຜິດໄປຈາກຄວາມເຊື່ອ

ໂປໂລ ເວົ້າເຖິງຄວາມປາດຖະຫນາທີ່ຜິດໆ ເຫມືອນກັບວ່າ ພວກເຂົາເປັນຜູ້ນຳທາງທີ່ຊົ່ວຮ້າຍ ທີ່ຈົງໃຈນຳຄົນໄປທາງຜິດ ສາມາດຣະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່ AT: "ປ່ອຍໃຫ້ຄວາມຕອ້ງການຂອງພວກເຂົານຳພວກເຂົາອອກໄປຈາກຄວາມຈິງ"ຫລື"ປະຖິ້ມຄວາມຈິງ" ( rc://*/ta/man/translate/figs-activepassive )

ແທງຕົນເອງຈົນຊອດ

ໂປໂລ ເວົ້າກ່ຽວກັບຄວາມໂສກເສົ້າ ເຫມືອນກັບວ່າເປັນດາບທີ່ແທງຕົວເອງ ອາດແປໄດ້ອີກວ່າ: " ເຮັດໃຫ້ຕົວເອງເສຍໃຈ" (UDB) ) (ເບິ່ງ: rc://*/ta/man/translate/figs-metaphor)