lo_tn/1ti/05/23.md

4.2 KiB

ເຈົ້າບໍ່ຄວນກິນແຕ່ນ້ຳເທົ່ານັ້ນ

ຫມາຍຄວາມວ່າ ໂປໂລ ບອກຕີໂມທຽວວ່າບໍ່ຄວນກິນແຕ່ນ້ຳເທົ່ານັ້ນ ເຂົາບອກຕີໂມທຽວ ໃຫ້ດື່ມວາຍດວ້ຍເພາະມັນເປັນຢາ ນ້ຳໃນບໍຣິເວັນນັ້ນ ພາໃຫ້ເກີດຄວາມເຈັບປ່ວຍໄດ້. ( ເບິ່ງ: rc://*/ta/man/translate/figs-explicit )

ຄວາມບາບຂອງບາງຄົນກໍເຫັນໄດ້ຢ່າງເປີດເຜີຍ

ສາມາດທີ່ຣະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່ ອາດແປໄດ້ອີກວ່າ: "ບາບຂອງບາງຄົນກໍເຫັນໄດ້ຢ່າງຊັດເຈນ" ( ເບິ່ງ: rc://*/ta/man/translate/figs-activepassive )

ພວກເຂົາມັກຕັດສິນໃຈໄປກ່ອນ

" ຄວາມຜິດຂອງພວກເຂົາເກີດຂື້ນໂດຍການຕັດສິນໃຈໄປກ່ອນຄົນເຫລົ່ານັ້ນ" ໂປໂລ ເວົ້າເຖິງຄວາມບາບ ເຫມືອນກັບວ່າພວກເຂົາກຳລັງເຮັດຢູ່ ຄວາມຫມາຍນີ້ເປັນໄປໄດ້ຄື 1) ຄວາມຜິດຂອງພວກເຂົາຈະເຫັນໄດ້ຢ່າງຊັດເຈນວ່າພວກເຂົາມີຄວາມຜິດ ມີຄົນເປັນພະຍານກ່ຽວກັບພວກເຂົາຫລື2) ເພາະຄວາມຜິດຂອງພວກເຂົາເຫັນໄດ້ຊັດຢ່າງຊັດເຈນ ແລະພຣະເຈົ້າຕັດສິນພວກເຂົາໃນຕອນນີ້ ( ເບິ່ງ: rc://*/ta/man/translate/figs-personification )

ແຕ່ບາບບາງຢ່າງກໍຕາມມາພາຍຫລັງ

" ແຕ່ບາບຂອງບາງຄົນກໍເຫັນເກີດຂຶ້ນຕາມພາຍຫລັງ" ໂປໂລ ເວົ້າເຖິງຄວາມບາບ ເຫມືອນກັບວ່າມັນກຳລັງເກີດຂຶ້ນ ຄວາມຫມາຍທີ່ເປັນໄປໄດ້ຄື 1) ແລະຜູ້ເປັນຄຣິສະຕຽນທຸກຄົນຈະຮູ້ຈັກກ່ຽວກັບບາບບາງຢ່າງກໍແຕ່ເມື່ອໄດ້ເຫັນມັນປະກົດຂຶ້ນຕາມພາຍຫລັງຫລື 2) ພຣະເຈົ້າຈະບໍ່ຕັດສິນຄວາມຜິດບາງຢ່າງທັນທີ ຈົນກ່ວາຄວາມຜິດນັ້ນຍັງເຄື່ອນໃຫວຢູ່ຕໍ່ໄປຈົນຮອດຂັ້ນສຸດທ້າຍ. ( ເບິ່ງ: rc://*/ta/man/translate/figs-metaphor)

ດີ

ທີ່ນີ້ " ດີ" ຫມາຍເຖິງພວກເຂົາເຫມາະສົມກັບ ພຣະລັກສນະ ວັດຖຸປະສົງ ແລະຄວາມປະສົງຂອງພຣະເຈົ້າ.

ຜົນງານທີ່ດີບາງຢ່າງເປັນທີ່ຮູ້ຈັກຢ່າງເປີດເຜີຍ

" ວຽກທີ່ດີບາງຢ່າງເຫັນໄດ້ຢ່າງຊັດເຈນ"

ແຕ່ຄົນອື່ນບໍ່ສາມາດປິດບັງໃວ້ໄດ້

ໂປໂລ ເວົ້າເຖິງ ຄວາມບາບເຫມືອນກັບວ່າພວກເຂົາເປັນວັັດຖຸທີ່ສາມາດປິດບັງໃວ້ໄດ້ ສາມາດຣະບຸໄດ້ໃນຮູບແບບທີ່ໃຊ້ງານຢູ່ ອາດແປໄດ້ອີກວ່າ: "ແຕ່ຜູ້ອື່ນຈະຄົ້ນພົບພາຍຫລັງກ່ຽວກັບການທຳດີ ທີ່ບໍ່ເຫັນປະກົດໃນເມື່ອກ່ອນ" ( ເບິ່ງ: [[rc:///ta/man/translate/figs-metaphor]])ແລະ [[rc:///ta/man/translate/figs-activepassive]].