lo_tn/1ti/05/21.md

3.7 KiB

ທູດສະຫວັນທີ່ພວກເຂົາເລືອກ

ນີ້ຫມາຍເຖິງທູດສະຫວັນ ທີ່ພຣະເຈົ້າ ແລະພຣະເຢຊູເລືອກທີ່ຈະຮັບໃຊ້ພວກເຂົາ ໃນວິທີພິເສດ

ເຈົ້າຈະຮັກສາຄຳສັ່ງເຫລົ່ານີ້ ໂດຍປາສະຈາກການມີອະຄະຕິ ແລະບໍ່ເຮັດສິ່ງໃດ ຈາກການຫລິ້ນພັກຫລິ້ນພວກ

ຄຳວ່າ"ອະຄະຕິ"ແລະ" ຄວາມບໍ່ຍຸຕິທັມ"ຫມາຍເຖິງສິ່ງດຽວກັນ ໂປໂລ ຢ້ຳວ່າຕີໂມທຽວ ຕ້ອງຕັດສິນຢາ່ງສັດຊື່ແລະຍຸຕິທັມກັບທຸກຄົນ ອາດແປໄດ້ອີກວ່າ: " ເຈົ້າຕອ້ງຮັກສາກົດເຫລົ່ານີ້ໂດຍບໍ່ຕອ້ງເລືອກປະຕິບັດກັບບາງຄົນຫລືສະແດງຄວາມເມດຕາແກ່ທຸກຄົນ" ( ເບິ່ງ: rc://*/ta/man/translate/figs-doublet)

ເກັບຄຳສັ່ງເຫລົ່ານີ້

ຄວາມຫມາຍທີ່ເປັນໄປໄດ້ຄື 1) ນີ້ຫມາຍເຖິງກົດທີ່ ໂປໂລ ບອກກັບ ຕີໂມທຽວ ຫລື 2) ສິ່ງນີ້ຫມາຍເຖິງກົດທີ່ ໂປໂລ ບອກກັບ ຕີໂມທຽວ.

ວາງມື

ນີ້ເປັນພິທີທີ່ຜູ້ນຳຄຣິສຕະຈັກ ຄົນຫນຶ່ງຫລືຫລາຍກ່ວານັ້ນທີ່ຈະວາງມືໃສ່ຜູ້ເຊື່ອ ແລະອະທິຖານອອນ້ວອນຕໍ່ອົງພຣະຜູ້ເປັນເຈົ້າທີ່ຈະຊົງນຳຄົນເຫລົ່ານັ້ນ ເພື່ອຈະຮັບໃຊ້ຄຣິສຕະຈັກໃນແບບທີ່ຈະທຳໃຫ້ພຣະເຈົ້າຊົງພໍພຣະທັຍ ຕີໂມທຽວ ຈະຕອ້ງລໍຖ້າເພື່ອຈະເຫັນຜູ້ຮັບໃຊ້ທີ່ເກີດຜົນມາດົນນານແລ້ວ ຈິ່ງແຕ່ງຕັ້ງພວກເຂົາ ທີ່ຈະອອກໄປຮັບໃຊ້ໃນຊຸມຊົນຄຣິສະຕຽນ.

ຢ່າເບິ່ງແຕ່ຄວາມຜິດຂອງຄົນອື່ນ

ໂປໂລ ເວົ້າເຖິງບາບຂອງບາງຄົນ ເຫມືອນກັບວ່າມັນເປັນວັດຖຸທີ່ສາມາດແບ່ງປັນກັບຄົນອື່ນໄດ້ ອາດແປໄດ້ອີກວ່າ: "ຢ່າເຂົ້າສ່ວນກັບຄວາມບາບຂອງຄົນອື່ນ"ຫລື"ຢ່າເຂົ້າຮ່ວມກັບຄົນອື່ນໃນການເຮັດບາບ." ( ເບິ່ງ: rc://*/ta/man/translate/figs-metaphor)

ຢ່າເຂົ້າສ່ວນກັບຄວາມຜິດຂອງຄົນອື່ນ

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຖ້າ ຕີໂມທຽວເລືອກຄົນທີ່ມີຄວາມຜິດບາບ ໃຫ້ເປັນຜູ້ຮັບໃຊ້ໃນໂບດ ພຣະເຈົ້າຈະໃຫ້ ຕີໂມທຽວ ຮັບຜິດຊອບຕໍ່ຄວາມບາບຂອງຄົນນັ້ນຫລື2) ຕີໂມທຽວບໍ່ຄວນທຳບາບເມື່ອເຫັນຄົນອື່ນທຳ.