lo_tn/1th/05/08.md

3.7 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 8-10 ຄຳວ່າ ''ພວກເຮົາ'' ຫມາຍເຖີງຜູ້ເຊື່ອທຸກຄົນ. (ເບິ່ງ: rc://*/ta/man/translate/figs-inclusive)

ພວກເຮົາເປັນລູກ ຂອງຝ່າຍກາງເວັນ

ໂປໂລ ເວົ້າເຖີງ ການຮູ້ຈັກຄວາມຈິງ ເຖີງເລື້ອງລາວ ຂອງພຣະເຈົ້າເຫມືອນກັບວ່າ ເປັນຄົນຝ່າຍກາງເວັນ ຄຳແປອີກຢ່າງຫນຶ່ຶງວ່າ: ''ເຮົາຮູ້ຈັກຄວາມຈິງ'' ຫລື ''ເຮົາໄດ້ຮັບເອົາຄວາມສະຫວ່າງແຫ່ງຄວາມຈິງໄວ້ແລັວ'' (ເບິ່ງ: rc://*/ta/man/translate/figs-metaphor)

ຂໍໃຫ້ພວກເຮົາ ມີສະຕິ

ໂປໂລ ປຽບທຽບ ການມີສະຕິ ໃນການຝືກຝົນແລະ ການຮຽນຮູ້ຈັກບັງຄັບຕົນເອງ. ຄຳແປອີກຢ່າງຫນຶ່ງວ່າ: ''ໃຫ້ເຮົາຝືກຝົນການບັງຄັບຕົນເອງ''(ເບິ່ງ: rc://*/ta/man/translate/figs-metaphor)

ຂໍໃຫ້ພວກເຮົາສວມເຄື່ອງປ້ອງກັນເອີກ ແຫ່ງຄວາມເຊື່ອແລະຄວາມຮັກ.

ເຫມືອນທະຫານ ທີ່ໃສ່ເຄື່ອງປ້ອງກັນຮ່າງກາຍ ຂອງເຂົາ ຜູ້ເຊື່ອທີ່ມີຊີວິດຢູ່ໂດຍຄວາມເຊື່ອ ແລະຄວາມຮັກ ຈະໄດ້ຮັບການປົກປ້ອງຄຸມຄອງ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນຕົວເຮົາເອງ ດ້ວຍຄວາມເຊື່ອແລະຄວາມຮັກ'' ຫລື ''ປ້ອງກັນຕົວເອງ ດ້ວຍການວາງໃຈ ໃນພຣະຄຣິດ ແລະດ້ວຍຄວາມຂອງຮັກພຣະອົງ'' (ເບິ່ງ: rc://*/ta/man/translate/figs-metaphor)

ສວມໃສ່ຫມວກເຫລັກ ຄືຄວາມແນ່ໃຈໃນຄວາມລອດໃນອະນາຄົດ

ເຫມືອນໜວກເຫລັກ ທີ່ປ້ອງກັນຫົວຂອງທະຫານ ການຮັບປະກັນຄວາມລອດ ປ້ອງກັນຜູ້ເຊື່ອ. ຄຳແປອີກຢ່າງຫນຶ່ງວ່າ: ''ປ້ອງກັນ ຕົວເຮົາເອງດ້ວຍຄວາມເຊື່ອໜັ້ນ ວ່າພຣະຄຣິດຈະຊົງຊ່ອຍເຮົາໃຫ້ລອດ'' (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ

ນີ້ເປັນວິທີ ທີ່ສຸພາບໃນການເວົ້າເຖີງ ການມີຊີວິດຢູ່ ແລະການຕາຍ. ຄຳແປອີກຢ່າງຫນຶ່ງວ່າ: ''ບໍ່ວ່າພວກເຮົາຈະເປັນຫລືຕາຍ ''(ເບິ່ງ: rc://*/ta/man/translate/figs-euphemism)

ເສີມສ້າງກັນ ແລະກັນຂື້ນ

ທີ່ນີ້ຄຳວ່າ ''ເສີມສ້າງ'' ເປັນຄຳປຽບທຽບທີຫມາຍເຖີງ ການໜູນໃຈ. ຄຳແປອີກຢ່າງຫນຶ່ງວ່າ: ''ໜູນໃຈກັນ ແລະກັນ''(ເບິ່ງ: rc://*/ta/man/translate/figs-metaphor)