lo_tn/1th/05/04.md

5.0 KiB

ພີ່ນ້ອງທັງຫລາຍແຕ່, ພວກທ່ານ

ໃນທີ່ນີ້ຄຳວ່າ ''ພີ່ນ້ອງທັງຫລາຍ'' ຫມາຍເຖີງເພື່ອນຄຣິສະຕຽນດ້ວຍກັນ.

ບໍ່ໄດ້ຢູ່ໃນຄວາມມືດ

ໂປໂລ ເວົ້າເຖີງ ຄວາມຊົ່ວຮ້າຍ ແລະຄວາມບໍ່ຮູ້ເຖີງພຣະເຈົ້າຄືກັບວ່າເປັນຄວາມມືດ. ແປອີກຢ່າງຫນຶ່ງວ່າ: ''ພວກຍັງໂງ່ ເຫມືອນກັບຄົນທີ່ຢູ່ໃນຄວາມມືດ'' (ເບິ່ງ: rc://*/ta/man/translate/figs-metaphor)

ເມື່ອວັນນັ້ນຈະບໍ່ມາເຖີງ ພວກທ່ານ ຢ່າງວ່ອງໄວ ເຫມືອນກັບຂະໂມຍມາ.

ວັນຂອງອົງພຣະຜູ້ເປັນເຈົ້າ ຈະສະເດັດກັບມາຄັ້ງທີ່ສອງ ບໍ່ແມ່ນເລື້ອງແປກປະຫລາດ ສຳຫລັບຜູ້ເຊື່ອ. (ເບິ່ງ: rc://*/ta/man/translate/figs-simile)

ເພາະພວກເຈົ້້ເປັນລູກຊາຍ ຂອງຄວາມສະຫວ່າງ ແລະເປັນລູກຊາຍຂອງເວລາກາງເວັນ

ໂປໂລ ເວົ້າເຖີງ ຄວາມຈິງຄືກັບເປັນຄວາມສະຫວ່າງແລະເວລາກາງເວັນ. ຄຳແປອີກຢ່າງໜື່ງວ່າ: ''ເພາະພວກເຈົ້າຮູ້ຄວາມຈິງນີ້ແລ້ວ ເຫມືອນຄົນທີ່ ຢູ່ຝ່າຍຄວາມສະຫວ່າງ ເຫມືອນຄົນທີ່ຢູ່ຝ່າຍກາງເວັນ''(ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ແມ່ນລູກຊາຍຂອງເວລາກາງຄືນ ແລະຄວາມມືດ

ໂປໂລ ເວົ້າເຖີງ ຄວາມຊົ່ວ ແລະຄວາມບໍ່ຮູ້ເຖີງພຣະເຈົ້າ ຄືກັບເປັນຄວາມມືດ. ຄຳແປອີກຢ່າງໜື່ງວ່າ: ''ເຮົາບໍ່ໄດ້ໂງ່ຄືຄົນທີ່ຢູ່ໃນຄວາມມືດ ເຫມືອນຄົນທີ່ຢູ່ໃນເວລາກາງຄືນ'' (ເບິ່ງ: rc://*/ta/man/translate/figs-metaphor)

ຢ່າໃຫ້ພວກເຮົານອນຫລັບ ເຫມືອນຄົນທີບໍ່ມີສະຕິລະວັງຕົວ

ໂປໂລ ເວົ້າເຖີງ ຄວາມບໍ່ລະວັງຝ່າຍວິນຍານເຫມືອນກັບການນອນຫລັບຢູ່. ຄຳແປອີກຢ່າງໜື່ງວ່າ: ''ຢ່າໃຫ້ພວກເຮົາເປັນ ເຫມືອນຄົນອື່ນທີ່ບໍ່ມີສະຕິ ລະວັງຕົວ ໃນການສະເດັດກັບມາຄັ້ງສອງ ຂອງອົງພຣະເຢຊູເຈົ້າ''(ເບິ່ງ: rc://*/ta/man/translate/figs-metaphor)

ຢ່າໃຫ້ພວກເຮົາ

ຄຳວ່າ ''ພວກເຮົາ'' ຫມາຍເຖີງຜູ້ເຊື່ອທຸກຄົນ. (ເບິ່ງ rc://*/ta/man/translate/figs-inclusive)

ເຝົ້າລະວັງແລະມີສະຕິ

ໂປໂລ ເວົ້າເຖີງ ຄວາມລະມັດລະວັງ ຝ່າຍວິນຍານ ເຫມືອນຄຳຕົງກັນຂ້າມ ກັບຄຳວ່າຫລັບແລະເຫມືອນຄົນເມົາເຫລົ້າ. (ເບິ່ງ: rc://*/ta/man/translate/figs-metaphor)

ເພາະຄົນເຫລົ່ານັ້ນນອນຫລັບ ໃນເວລາກາງຄືນ

ເຫມືອນຕອນຄົນນອນຫລັບ ແລະບໍ່ຮູ້ວ່າມີຫຍັງກຳລັງເກີດຂື້ນ, ດັ່ງນັ້ນຄົນທີ່ເປັນຂອງຝ່າຍໂລກນີ້ ຈະບໍ່ຮູ້ເຊັ່ນກັນວ່າພຣະເຢຊູຈະສະເດັດກັບມາເມື່ອໃດ. (ເບິ່ງ: rc://*/ta/man/translate/figs-metaphor)

ມົວເມົາໃນເວລາ ກາງຄືນ

ໂປໂລ ກຳລັງເວົ້າເຖີງ ຄົນທີ່ເມົາເຫລົ້າ ກໍຈະເມົາໃນເວລາກາງຄືນ, ດັ່ງນັ້ນ ເມື່ອຄົນ ບໍ່ລະມັດລະວັງ ໃນການສະເດັດກັບມາຂອງພຣະເຢຊູຄຣິດເຈົ້າຂອງພວກເຂົາ ກໍບໍ່ມີຊີວິດທີ່ຄວບຄຸມຕົນເອງ .(ເບິ່ງ: rc://*/ta/man/translate/figs-metaphor)