lo_tn/1sa/28/08.md

2.5 KiB

ໂຊນຈຶ່ງໄດ້ປອມຕົວ ... ແລະໄດ້ອອກໄປ ... ຫາຜູ້ຍິງຄົນຊົງຄົນນັ້ນໃນເວລາກາງຄືນ

ໂຊນປອມຕົວ ເພາະວ່າທາງໄປກີໂບອາ (28:3) ໄປທີ່ເອນໂດນ (28:5) ຜ່ານເຂດແດນທີ່ຊາວຟີລິດສະຕິນອາໄສຢູ່. ພະອົງໄດ້ເດີນທາງຫມົດມື້ ແລະ ໄປຮອດຜູ້ຍິງຄົນນັ້ນ ຫລັງຈາກຕາເວັນຕົກດິນແລ້ວ.

ປອມຕົວ

ໄດ້ປ່ຽນລັກຊະນະພາຍນອກຕາມປົກກະຕິຂອງພະອົງ ເພື່ອຈະບໍ່ໃຫ້ຜູ້ໃດຮູ້ວ່າພະອົງເປັນໃຜ

ເຂົ້າຊົງໃຫ້ນາຍຂອງຂ້ອຍ ... ວິນຍານເຂົ້າສິງ

"ສົນທະນາກັບຄົນທີ່ຕາຍສຳລັບຂ້ອຍ"

ພວກຄົນທີ່ສຶ່ສານກັບຄົນຕາຍ ຫລືພວກວິນຍານ

ຄຳວ່າ "ພວກຄົນທີ່ສຶ່ສານກັບຄົນຕາຍ" ໃນການແປໃນພາສາດັ່ງເດີມມີຄຳສັບດຽວ, ແລະຄຳວ່າ "ພວກຄົນ ... ຜູ້ທີສື່ສານກັບພວກວິນຍານ" ສາມາດແປໃຫ້ເປັນຄຳສັບດຽວແບບດຽວກັນໃນພາສາດັ່ງເດີມ. ຖ້າໃນພາສາຂອງທ່ານມີຄຳສັບດຽວ ສຳລັບການສົນທະນາກັບຄົນຕາຍ ແລະ ມີຄຳສັບດຽວໃນການສົນທະນາກັບພວກວິນຍານ, ຫລື ຖ້າໃນພາສາຂອງທ່ານມີພຽງຄຳສັບດຽວສຳລັບ ການສົນທະນາກັບຄົນຕາຍ ແລະ ພວກວິນຍານ, ທ່ານຄວນໃຊ້ຄຳສັບເຫລົ່ານີ້ໃນທີ່ນີ້ດ້ວຍ. ຖ້ອຍຄຳທີ່ປາກົດຄ້າຍຄືກັນໃນ 28:3.

ຊີວິດຂອງຂ້ານ້ອຍ

ຄຳວ່າ "ຊີວິດ" ເປັນຄຳປຽບທຽບສຳລັບຄົນ. ອາດແປໄດ້ອີກວ່າ: "ຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)