lo_tn/1sa/26/24.md

2.9 KiB
Raw Permalink Blame History

ໃນສາຍຕາຂອງຂ້ານ້ອຍ ຊີວິດຂອງພະອົງມີຄ່າສັນໃດໃນວັນນີ້

ໃນສາຍຕາທີ່ນີ້ ເປັນຕົວແທນເຖິງການແນມເຫັນ ແລະການແນມເຫັນເປັນຕົວແທນເຖິງຄວາມຄິດ ຫລື ການຕັດສິນ. ຖ້ອຍຄຳເຫລົ່ານີ້ປາກົດໃນ 26:21. ອາດແປໄດ້ອີກວ່າ: "ຂ້ານ້ອຍຖືວ່າຊີວິດຂອງພະອົງມີຄ່າຫລາຍ" ຫລື "ຂ້ານ້ອຍໄດ້ສະແດງໃຫ້ພະອົງເຫັນແລ້ວໃນວັນນີ້ວ່າ ຂ້ານ້ອຍເຄົາລົບນັບຖືພະອົງຢ່າງແທ້ຈິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍໃຫ້ຊີວິດຂອງຂ້ານ້ອຍມີຄ່າໃນສາຍຕາຂອງພຣະຢາເວສັນນັ້ນ

ໃນສາຍຕາທີ່ນີ້ ເປັນຕົວແທນເຖິງການແນມເຫັນ ແລະການແນມເຫັນເປັນຕົວແທນເຖິງຄວາມຄິດ ຫລື ການຕັດສິນ. ອາດແປໄດ້ອີກວ່າ: "ຂໍໃຫ້ພຣະຢາເວຖືວ່າ ຊີວິດຂອງຂ້ານ້ອຍມີຄ່າເຫມືອນກັນສັນນັ້ນ" ຫລື "ຂໍໃຫ້ພຣະຢາເວເຫັນຄຸນຄ່າ ຊີວິດຂອງຂ້ານ້ອຍເຫມືອນກັນກັບທີ່ຂ້ານ້ອຍເຫັນຄ່າໃນຊີວິດຂອງພະອົງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂໍໃຫ້ເຈົ້າໄດ້ຮັບພອນເທີ້ນ

ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂໍພຣະຢາເວອວຍພອນເຈົ້າເທີ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ລູກຊາຍຂອງພໍ່

ໂຊນບໍ່ແມ່ນພໍ່ແທ້ຂອງດາວິດ. ໂຊນເວົ້າເຫມືອນກັບວ່າລາວເປັນພໍ່ຂອງດາວິດ ເພື່ອສະແດງໃຫ້ດາວິດວ່າ ລາວຕ້ອງການໃຫ້ດາວິດໄວ້ວາງໃຈ ແລະເຄົາລົບນັບຖືລາວເຫມືອນກັບທີ່ ດາວິດໄວ້ວາງໃຈແລະເຄົາລົບນັບຖືລາວເປັນພໍ່ແທ້ຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)