lo_tn/1sa/26/17.md

4.6 KiB

ລູກຊາຍຂອງພໍ່

ໂຊນບໍ່ແມ່ນພໍ່ແທ້ຂອງດາວິດ. ໂຊນເວົ້າເຫມືອນກັບວ່າລາວເປັນພໍ່ຂອງດາວິດ ເພື່ອສະແດງໃຫ້ດາວິດວ່າ ລາວຕ້ອງການໃຫ້ດາວິດໄວ້ວາງໃຈ ແລະ ເຄົາລົບນັບຖືລາວເຫມືອນກັບທີ່ ດາວິດໄວ້ວາງໃຈ ແລະ ເຄົາລົບນັບຖືລາວເປັນພໍ່ແທ້ຂອງລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ ຈຶ່ງໄດ້ໄລ່ຕາມຜູ້ຮັບໃຊ້ຂອງພະອົງ?

ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ ຫລື 2) ນີ້ແມ່ນຄຳຖາມທີ່ບໍ່ຫວັງຄຳຕອບ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຈົ້ານາຍຂອງຂ້ານ້ອຍ ບໍ່ມີເຫດຜົນທີ່ຈະໄລ່ຕາມຜູ້ຮັບໃຊ້ຂອງພະອົງເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ ຈຶ່ງໄດ້ໄລ່ຕາມຜູ້ຮັບໃຊ້ຂອງພະອົງ?

ດາວິດເວົ້າໃນທີ່ນີ້ ເຫມືອນກັບວ່າໂຊນເປັນບຸກຄົນທີສາມ ທີ່ເອີ້ນພະອົງວ່າ "ເຈົ້ານາຍຂອງຂ້ານ້ອຍ," ແລະ ລາວເວົ້າເຫມືອນກັບວ່າລາວເປັນບຸກຄົນທີ່ສາມ ທີ່ເອີ້ນໂຕເອງວ່າ "ຜູ້ຮັບໃຊ້ຂອງພະອົງ" ດາວິດເວົ້າຢ່າງນີ້ ເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບນັບຖືຕໍ່ໂຊນ. ອາດແປໄດ້ອີກວ່າ: "ເປັນຫຍັງທ່ານ, ເຈົ້ານາຍຂອງຂ້ານ້ອຍ, ຈຶ່ງໄລ່ຕາມຂ້ານ້ອຍ, ຜູ້ຮັບໃຊ້ຂອງທ່ານ?" ຫລື "ເປັນຫຍັງທ່ານຈຶ່ງໄລ່ຕາມຂ້ານ້ອຍ?" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ຂ້ານ້ອຍໄດ້ເຮັດຫຍັງຜິດ?

ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ ຫລື 2) ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ທ່ານຮູ້ວ່າ ຂ້ານ້ອຍບໍ່ໄດ້ເຮັດຫຍັງທີ່ຈະທຳຮ້າຍທ່ານເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມືຂອງຂ້ານ້ອຍໄດ້ເຮັດຊົ່ວອັນໃດແດ່?

ການເວົ້ານີ້ເຫມືອນກັບວ່າ ຄວາມຊົ່ວຮ້າຍເປັນເຫມືອນວັດຖຸທີ່ສາມາດຈັບໄວ້ໃນມື. ທີ່ນີ້ຄຳວ່າ "ມື" ເປັນຕົວແທນເຖິງການກະທຳຂອງຄົນ ຫລື ການເຮັດບາງສິ່ງບາງຢ່າງ. ຄວາມຫມາຍທີ່ອາດເປັນໄປໄດ້ 1) ດາວິດຕ້ອງການໃຫ້ໂຊນຕອບຄຳຖາມຂອງລາວແທ້ໆ. ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ເຮັດຫຍັງຜິດ?" ຫລື 2) ຄຳຖາມທີ່ບໍ່ຫວັງຄຳຕອບນີ້ ສາມາດແປໃຫ້ເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ຂ້ານ້ອຍບໍ່ໄດ້ເຮັດສິ່ງໃດຜິດເລີຍ!" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-rquestion]])