lo_tn/1sa/26/15.md

1.8 KiB

ເຈົ້າບໍ່ແມ່ນຜູ້ຊາຍທີ່ກ້າຫານດອກຫລື?

ດາວິດໃຊ້ຄຳຖາມນີ້ ເພື່ອຕຳຫນິອັບເນສຳລັບການບໍ່ປົກປ້ອງໂຊນ. ອາດແປໄດ້ອີກວ່າ: "ເຈົ້າເປັນຄົນກ້າຫານທີ່ສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ໃນອິດສະຣາເອນມີໃຜສະເຫມີເຫນືອນເຈົ້າເເດ່?

ດາວິດໃຊ້ຄຳຖາມນີ້ ເພື່ອຕຳຫນິອັບເນສຳລັບການບໍ່ປົກປ້ອງໂຊນ. ອາດແປໄດ້ອີກວ່າ: "ເຈົ້າເປັນທະຫານທີ່ຍິ່ງໃຫຍ່ທີ່ສຸດໃນອິດສະຣາເອນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງເຈົ້າບໍ່ເຝົ້າກະສັດ ເຈົ້ານາຍຂອງເຈົ້າໄວ້?

ຄວາມຫມາຍທີ່ອາດເປັນໄປໄດ້ 1) ນີ້ແມ່ນຄຳຖາມແທ້ໆ ແລະດາວິດຕ້ອງການໃຫ້ອັບເນຕອບລາວ ຫລື 2) ນີ້ແມ່ນຄຳຖາມທີ່ບໍ່ຕ້ອງການຄຳຕອບ ຫລື ດາວິດຕຳຫນິອັບເນ. ອາດແປໄດ້ອີກວ່າ: "ເຫດສະນັ້ນ ເຈົ້າຄວນເຝົ້າກະສັດ ເຈົ້ານາຍຂອງເຈົ້າໄວ້ໃຫ້ດີແມ໋!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)