lo_tn/1sa/25/41.md

2.8 KiB

ນາງກໍໄດ້ລຸກຂຶ້ນ, ກົ້ມຫນ້າລົງເຖິງດິນ

ອາບີກາເອນຕອບສະຫນອງດ້ວຍການກົ້ມຫນ້າລົງເຖິງດິນ, ຜູ້ອ່ານຄວນເຂົ້າໃຈວ່າ ນາງກຳລັງຢືນຢູ່ແນ່ນອນ ເມື່ອຄົນນັ້ນກຳລັງສົນທະນາກັບນາງໃນ 25:39, ແລະ ດັ່ງນັ້ນຄຳວ່າ "ລຸກຂຶ້ນ" ເປັນການປຽບທຽບສຳລັບການຕັດສິນໃຈທີ່ກົ້ມຫນ້າລົງເຖິງດິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເບິ່ງແມ໋, ຂ້າໃຊ້ຂອງທ່ານເປັນທາດທີ່ຈະລ້າງຕິນໃຫ້ພວກຜູ້ຮັບໃຊ້ຂອງເຈົ້ານາຍຂອງຂ້ານ້ອຍ

ອາບີກາເອນເວົ້າເຫມືອນກັບວ່າ ນາງເປັນອີກຄົນຫນຶ່ງ ເພື່ອສະແດງໃຫ້ເຫັນວ່າ ນາງຖ່ອມໃຈ. ນາງສະແດງໃຫ້ເຫັນວ່າ ນາງປະຖະຫນາທີ່ຈະເປັນເມຍໃຫມ່ຂອງດາວິດ ໂດຍການຖວາຍດ້ວຍການລ້າງຕິນໃຫ້ກັບບັນດາຜູ້ຮັບໃຊ້ຂອງດາວິດ. ອາດແປໄດ້ອີກ: "ເບິ່ງແມ໋, ຂ້ານ້ອຍຈະເປັນຮັບໃຊ້ທ່ານ, ຜູ້ຮັບໃຊ້ທັງຫລາຍ ຂອງເຈົ້ານາຍຂອງຂ້ານ້ອຍ, ໂດຍການລ້າງຕິນທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ກໍຮີບ ແລະ ໄດ້ລຸກຂຶ້ນ, ແລະຂີ່ລາໄປ

ທ່ານສາມາດເຮັດໃຫ້ແຈ່ມແຈ້ງຍິ່ງຂຶ້ນຕື່ມ ໃນສິ່ງທີ່ອາບີກາເອນເຮັດ ຫລັງຈາກລຸກຂຶ້ນ ແລະ ກ່ອນນາງຂີ່ລາໄປ. ອາດແປໄດ້ອີກວ່າ: "ຮີບໄວ ເຮັດໃນສິ່ງທີ່ນາງຕ້ອງການທີ່ຈະເຮັດ ກຽມພ້ອມສຳລັບການເດີນທາງ, ແລະແລ້ວນາງໄດ້ຂີ່ລາໄປ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ສາວໃຊ້ຂອງນາງອີກຫ້າຄົນ; ແລະນາງກໍໄດ້ຕິດຕາມ

ອາບີກາເອນຂີ່ລາ, ແຕ່ສາວໃຊ້ກຳລັງຍ່າງໄປ.