lo_tn/1sa/25/39.md

4.5 KiB

ຂໍ້ມູນທົ່ວໄປ:

ດາວິດສະເຫນີຕົວທີ່ຈະປົກປ້ອງອາບີກາເອນ ໂດຍການແຕ່ງງານກັບນາງ.

ສາທຸການແດ່ພຣະຢາເວ

ນີ້ສາມາດແປໃນຮູບແບບການກະທຳໄດ້. ການແປເຫມືອນກັນກັບໃນ 25:32. ຄວາມຫມາຍທີ່ອາດເປັນໄປໄດ້ 1) ອາດແປໄດ້ອີກວ່າ: "ຂ້ານ້ອຍສັນລະເສີນພຣະຢາເວ" ຫລື 2) ອາດແປໄດ້ອີກວ່າ: "ຂໍໃຫ້ຫມົດທຸກຄົນສັນລະເສີນພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຜູ້ຊົງແກ້ແຄ້ນການຢຽດຢໍ້າທີ່ຂ້ານ້ອຍໄດ້ຮັບຈາກມືຂອງນາບານ

ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ໄດ້ປ້ອງກັນຂ້ານ້ອຍ ຫລັງຈາກທີ່ນາບານໄດ້ດູຖູກຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ຊົງແກ້ແຄ້ນການຢຽດຢໍ້າທີ່ຂ້ານ້ອຍ

ຄຳນາມມະທຳ "ແກ້ແຄ້ນ" ຫລື "ຢຽດຢໍ້າ" ສາມາດແປໃຫ້ເປັນການກະທຳໄດ້. ຄວາມຫມາຍທີ່ອາດເປັນໄປໄດ້ 1) ອາດແປໄດ້ອີກວ່າ: "ໄດ້ສະແດງໃຫ້ເຫັນວ່າ ສິ່ງທີ່ຂ້ານ້ອຍເຮັດນັ້ນຖືກຕ້ອງ ໂດຍການລົງໂທດນາບານ ສຳລັບການທີມາດູຖູກຂ້ານ້ອຍ" ຫລື 2) ອາດແປໄດ້ອີກວ່າ: "ໄດ້ຊົງປະຕິບັດການ, ເມື່ອນາບານໄດ້ດູຖູກຂ້ານ້ອຍ, ໃຫ້ເຫມືອນກັບນາບານໄດ້ດູຖູກລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໄດ້ປ້ອງກັນຜູ້ຮັບໃຊ້ຂອງພຣະອົງຈາກຄວາມຊົ່ວ

ດາວິດເວົ້າເຫມືອນກັບວ່າ ລາວເປັນອີກຄົນຫນຶ່ງ ເພື່ອສະແດງໃຫ້ເຫັນເຖິງ ຄວາມເຄົາລົບນັບຖືຂອງລາວຕໍ່ພຣະຢາເວ. ອາດແປໄດ້ອີກວ່າ: "ປ້ອງກັນຂ້ານ້ອຍຈາກການເຮັດສິ່ງທີ່ຊົ່ວຮ້າຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ຊົງຕອບແທນຄວາມຊົ່ວຂອງນາບານໃຫ້ຕົກໃສ່ເທິງຫົວຂອງລາວເອງ

ຄຳນາມມະທຳ "ການກະທຳ" ສາມາດແປໃຫ້ເປັນກິລິຍາໄດ້. ອາດແປໄດ້ອີກວ່າ: "ໄດ້ເຮັດກັບນາບານໃນສິ່ງທີ່ນາບານໄດ້ວາງແຜນທີ່ຈະເຮັດກັບຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຕົກໃສ່ເທິງຫົວຂອງລາວເອງ

ຫົວເປັນຕົວແທນເຖິງຄົນນັ້ນເອງ. ອາດແປໄດ້ອີກວ່າ: "ເທິງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ກໍໄດ້ສົ່ງຄົນໄປແລະໄດ້ເວົ້າກັບອາບີກາເອນໃຫ້ມາເປັນພັນຣະຍາຂອງລາວ

ທ່ານອາດຈະເຮັດໃຫ້ຊັດເຈນໃນການເຂົ້າໃຈຂໍ້ມູນນັ້ນ. ອາດແປໄດ້ອີກວ່າ: "ກໍໄດ້ສົ່ງຄົນໄປຫາອາບີກາເອນ ແລະບອກກັບນາງວ່າ ດາວິດຕ້ອງການໃຫ້ນາງມາເປັນພັນລະຍາຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-ellipsis)