lo_tn/1sa/25/34.md

2.0 KiB

ຂໍ້ມູນທົ່ວໄປ:

ດາວິດຍອມຮັບຂອງຂວັນຂອງອາບີກາເອນ ແລະຕົກລົງທີ່ຈະເຮັດຕາມ ສິ່ງທີ່ນາງໄດ້ແນະນຳລາວ.

ຈະບໍ່ມີສິ່ງໃດເຫລືອແກ່ນາບານແມ່ນແຕ່ເດັກນ້ອຍຈັກຄົນ

ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂ້ອຍຈະບໍ່ປ່ອຍສິ່ງໃດເຫລືອແກ່ນາບານ ແມ່ນແຕ່ເດັກນ້ອຍຈັກຄົນດຽວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ໄດ້ຮັບບັນດາສິ່ງຂອງຈາກມືຂອງນາງ

ນີ້ແມ່ນສຳນວນ. ອາບີກາເອນບໍ່ໄດ້ເອົາຂອງຂວັນທັງຫມົດ ຂຶ້ນເທິງຫລັງລາດ້ວຍຕົວຂອງນາງເອງ. ອາດແປໄດ້ອີກວ່າ: "ຍອມຮັບຂອງຂວັນທັງຫມົດ ທີ່ນາງໄດ້ນຳມາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໄດ້ຟັງສຽງຂອງເຈົ້າແລ້ວ

ຄຳວ່າ "ສຽງ" ເປັນການປຽບທຽບສຳລັບຖ້ອຍຄຳທີ່ຄົນນັ້ນເວົ້າ ແລະ ຍອມຮັບສຳລັບຄຳເວົ້າຂອງຄົນນັ້ນທີໄດ້ເວົ້າ. ອາດແປໄດ້ອີກວ່າ: "ໄດ້ຟັງໃນສິ່ງທີ່ເຈົ້າບອກຂ້ອຍນັ້ນ" ຫລື "ຈະເຮັດເຫມືອນທີ່ເຈົ້າແນະນຳຂ້ອຍນັ້ນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-synecdoche]])