lo_tn/1sa/25/27.md

3.4 KiB

ປະໂຫຍກທົ່ວໄປ:

ອາບີກາເອນສືບຕໍ່ເວົ້າກັບດາວິດ ເພື່ອບໍ່ໃຫ້ລາວໂກດຮ້າຍ.

ຂອງຂວັນນີ້

"ຂອງຂວັນເຫລົ່ານີ້" "ຂອງຂວັນ" ແທ້ຈິງແລ້ວມັນມີຫລາຍສິ່ງຫລາຍຢ່າງທີແຕກຕ່າງກັນ.

ຂ້າໃຊ້ຂອງທ່ານ ... ເຈົ້ານາຍຂອງຂ້ານ້ອຍ ... ເຈົ້ານາຍຂອງຂ້ານ້ອຍ ... ຄວາມຜິດຂອງຂ້າໃຊ້ຂອງທ່ານ ... ເຈົ້ານາຍຂອງຂ້ານ້ອຍ ... ເຈົ້ານາຍຂອງຂ້ານ້ອຍ

ອາບີກາເອນເວົ້າເຫມືອນກັບວ່າ ຕົວນາງເອງ ແລະດາວິດ ພວກເຂົາທັງສອງຄົນແຕກຕ່າງກັນ ເພື່ອສະແດງໃຫ້ເຫັນວ່າ ນາງເຄົາລົບນັບຖືດາວິດ. ອາດແປໄດ້ອີກວ່າ: "ຂ້ານ້ອຍ ... ທ່ານ ... ທ່ານ ... ຄວາມຜິດຂອງຂ້ານ້ອຍ ... ທ່ານ ... ທ່ານ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pronouns)

ຂໍໃຫ້ຂອງຂວັນນີ້ ... ຂໍມອບແກ່ພວກຄົນຫນຸ່ມ

ອາບີກາເອນໃຊ້ປະໂຫຍກຮັບເພື່ອສະແດງໃຫ້ເຫັນວ່ານາງເຄົາລົບນັບຖືດາວິດ. ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຂໍໂຜດມອບມັນໃຫ້ແກ່ພວກຄົນຫນຸ່ມ" ຫລື "ຂໍໂຜດໃຫ້ເຈົ້ານາຍຂອງຂ້ານ້ອຍມອບມັນໃຫ້ແກ່ຄົນຫນຸ່ມດ້ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ພຣະຢາເວຈະຊົງເຮັດໃຫ້ເຈົ້ານາຍຂອງຂ້ານ້ອຍເປັນເຊື້ອສາຍ

ໃນນີ້ຄຳວ່າ "ເຮືອນ" ເປັນສຳນວນທີ່ໃຊ້ສຳລັບ "ເຊື້ອສາຍ." ອາດແປໄດ້ອີກວ່າ: "ພຣະຢາເວຈະຊົງເຮັດໃຫ້ເຈົ້ານາຍຂອງຂ້ານ້ອຍເປັນເຊື້ອສາຍທີ່ຮັບໃຊ້ກະສັດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຕໍ່ສູ້ໃນສົງຄາມຢູ່ຝ່າຍພຣະຢາເວ

"ຕໍ່ສູ້ເຫລົ່າສັດຕຣູຂອງພຣະຢາເວ"

ຈະບໍ່ພົບຄວາມຊົ່ວໃນຕົວທ່ານຕະຫລອດຊີວິດຂອງທ່ານ

ສາມາດແປໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຈະບໍ່ຜູ້ໃດພົບເຫັນທ່ານເຮັດຄວາມຊົ່ວໃດໆ" ຫລື "ທ່ານຈະບໍ່ເຄີຍເຮັດຄວາມຊົ່ວໃດໆເລີຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)